ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ເຂດໄຕບັກ

ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ເຂດໄຕບັກ - ảnh 1
ທ່ານ​ ຫງວຽນ​ຊວນ​ຟຸກ, ຮອງ​ນາຍົກລັດຖະມົນຕີຫວຽດນາມ
ພາບ:chinhphu.vn


(vovworld)-  ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ“ປົວ​ແປງ​ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ ​ແລະ ດຶງ​ດູດ​ບັນດາ​ໂຄງການຫນູນ​ຊ່ວຍ​ພັດທະນາ​ຢ່າງ​ເປັນ​ທາງ​ການ( ODA), ​ໂຄງການ​ຂອງ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ(NGO) ​ເຂົ້າ​ເຂດ​ໄຕ​ບັກ(ໝາຍ​ເຖິງ​ທາງ​ທິດຕາ​ເວັນ​ຕົກ​ສຽງ​​ເຫນືອ​ຫວຽດນາມ) ​ໂດ​ຍຄະນະ​ຊີ້​ນຳ​ເຂດ​ໄຕ​ບັກ​ສົມທົບ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 14/12 ຢູ່ ​ແຂວງ ​​ຟູ​ທໍ້. ກ່າວ​ຄ​ຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ ຫງວຽນ​ຊວນ​ຟຸກ, ຮອງ​ນາຍົກລັດຖະມົນຕີ, ຫົວຫນ້າ​ຄະນະ​ຊີ້​ນຳ​ເຂດ ​ໄຕ​ບັກ ​ໄດ້​ຢືນຢັນ​ວ່າ: ຍາມ​ໃດ​ພັກ, ລັດ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ເຂດ​ໄຕ​ບັກ ດ້ວຍ​ຫລາຍ​ນະ​ໂຍບາຍ​ບຸລິມະສິດ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ​ເປັນ​ຕົ້ນ​ແມ່ນ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ຊີວິດ​ສັງຄົມ. ບັນດາ​ແຂວງ ​ໄຕ​ບັກ ຄວນ​ຊອກ​ຫາ​ມາດ​ຕະການ​ມີ​ປະສິດທິ​ຜົນ​ເພື່ອ​ລະດົມບັນດາ​ແຫ​ລ່ງ​ກຳລັງ​​ໃຫ້​ແກ່​ການ​ລົງທຶນ​ພັດທະນາ​ເຂດ. ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈງ​ວ່າ:“ຂ້າພະ​ເຈົ້າ​ສະ​ເຫ​ນີບັນດາ​ກະຊວງ, ຂະ​ແຫນງ​ການ​ສູນ​ກາງ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ບັນດາສະຖານ​ທູດ, ນັກ​ລົງທຶນ​ຕ່າງປະ​ເທດ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຫນູນ​ຊ່ວຍ​ເຂດ​ໄຕ​ບັກ​​ ບັນດາ​ເງື່ອນ​ໄຂ​ເພື່ອ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ການ​ລົງທຶນ​ໂດຍ​ກົງ​​ໃຫ້​ແຂງ​ແຮງ​ກວ່າ, ​ເຂົ້າ​ໃນ​ຫລາຍ​ຂົງ​ເຂດ​ກວ່າ.”

ສ່ວນ​ທ່ານ ​ເຈືອງ​ຊວນ​ກື, ຮອງ​ຫົວຫນ້າ​ຄະນະ​ຊີ້​ນຳ​ເຂດ​ໄຕ​ບັກ​ຖື​ວ່າ: “ຄຳ​ຮຽກຮ້ອງ​ຕ້ອງ​ການ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ ນັ້ນ​ແມ່ນ​ບັນດາ​​ແຂວງ ​ໄຕ​ບັກ ຕ້ອງ​ສ້າງ​ບັນດາ​ນະ​ໂຍບາຍ​ລົງທຶນ​ໃຫ້​ເໝາະ​ສົມ, ຕິດ​ພັນ​ກັບ​ການ​ລະດົມ​ບັນດາ​ແຫ​ລ່ງກຳລັງ​ພາຍ​ໃນ​ປະ​ເທດ ກັບ​ການ​ລະດົມ​ແຫ​ລ່ງກຳລັງ​ຈາກ​ພາຍ​ນອກ, ປົວ​ແປງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ ​ແລະ ດຶງ​ດູດ​ບັນດາ​ໂຄງການ ODA, NGO ​ແລະ ມີ​ນະ​ໂຍບາຍ​ບຸລິ​ມະ​ສິດ​ພິ​ເສດ​ເພື່ອ​ດຶງ​ດູດ​ທຶນ ODA, FDI, ທຶນ​ພາຍ​ໃນ​ປະ​ເທດ, ພັດທະນາ​ການ​ຮ່ວມ​ມື​ເສດຖະກິດ​ກັບ​ຈີນ, ລາວ, ນະ​ໂຍບາຍ​ເສດ​ຖະກິດ​ດ່ານຊາຍ​ແດນ.”

 

 

ຂ່າວ/ບົດ​ອື່ນ