ປະ​ທານ​ໂຮ່​ຈີ​ມິນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຜູ້ນຳ​ປະ​ຕິ​ວັດ​ສຳ​ຄັນ​ທີ່​ສຸດ​ຂອງ​ປະ​ຫວັດ​ສາດມວນ​ມະ​ນຸດ

(VOVWORLD) - ທ່ານ Juan Castillo ເນັ້ນໜັກວ່າ ໃນໄລຍະ 60ປີແຫ່ງພາລະກິດການປະຕິວັດ, ໃນນັ້ນມີ 30ປີເຄື່ອນໄຫວຢູ່ຕ່າງປະເທດ, ທ່ານປະທານໂຮ່ຈີມິນ ໄດ້ຕັ້ງໜ້າເຂົ້າຮ່ວມຂະບວນການກ້າວໜ້າຂອງໂລກ. 
ປະ​ທານ​ໂຮ່​ຈີ​ມິນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຜູ້ນຳ​ປະ​ຕິ​ວັດ​ສຳ​ຄັນ​ທີ່​ສຸດ​ຂອງ​ປະ​ຫວັດ​ສາດມວນ​ມະ​ນຸດ - ảnh 1ເລຂາຄະນະຊາວໜຸ່ມພັກກອມມູນິດ ອາກຊັງຕິນ Ivana Estefano ສະເໜີບົດປະກອບຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຢູ່ນອກກອງປະຊຸມ “ປະທານໂຮ່ຈີມິນ ແລະ ການພົວພັນ ຫວຽດນາມ - ອາເມລິກາລາຕິນ” ທີ່ໄດ້ດຳເນີນຢູ່ນະຄອນຫຼວງ Buenos Aires, ປະເທດອາກຊັງຕິນ ຫວ່າງແລ້ວນີ້, ທ່ານ Juan Castillo ເລຂາທິການໃຫຍ່ພັກກອມມູນິດ ອູຣູກວາຍ, ໄດ້ຢັ້ງຢືນວ່າ ປະທານໂຮ່ຈີມິນ ນັກວິລະຊົນແຫ່ງຊາດຫວຽດນາມ ແມ່ນໜຶ່ງໃນບັນດາຜູ້ນຳປະຕິວັດສຳຄັນທີ່ສຸດໃນປະຫວັດສາດຂອງມວນມະນຸດ. ທ່ານ Juan Castillo ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຄະນະບໍລິຫານງານສູນກາງພັກກອມມູນິດ ອູຣູກວາຍ ເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບປະທານໂຮ່ຈີມິນ ທີ່ຈັດຂຶ້ນຢູ່ Buenos Aires ໃນວັນທີ 22 ສິງຫາ, ໃນຂອບເຂດການເດີນທາງໄປປະຕິບັດງານຂອງທ່ານ ຫງວຽນຈ້ອງເຫງ້ຍ, ທ່ານເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຢູ່ ອາກຊັງຕິນ.

ແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ຢູ່ Buenos Aires, ທ່ານ Juan Castillo ເນັ້ນໜັກວ່າ ໃນໄລຍະ 60ປີແຫ່ງພາລະກິດການປະຕິວັດ, ໃນນັ້ນມີ 30ປີເຄື່ອນໄຫວຢູ່ຕ່າງປະເທດ, ທ່ານປະທານໂຮ່ຈີມິນ ໄດ້ຕັ້ງໜ້າເຂົ້າຮ່ວມຂະບວນການກ້າວໜ້າຂອງໂລກ. ບັນດາການປະກອບສ່ວນຂອງເພິ່ນ ໃນພາລະກິດແຫ່ງການຕໍ່ສູ້ຕ້ານພວກຈັກກະພັກ, ປົດປ່ອຍຊາດ ເພື່ອເອກະລາດ, ເສລີພາບ, ປະຊາທິປະໄຕ ແລະ ການກໍ່ສ້າງສັງຄົມນິຍົມຢູ່ ຫວຽດນາມ ມີບົດບາດສຳຄັນທີ່ສຸດ. ເພິ່ນແມ່ນປັດໄຈສຳຄັນທີ່ສຸດໃນຂະບວນວິວັດແຫ່ງການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ແມ່ນປັດໄຈໃຈກາງຂອງທຸກວິວັດການປະຕິວັດ.

ຕອບກັບ

ຂ່າວ/ບົດ​ອື່ນ