ຜູ້ປະຈຳການຄະນະເລຂາ ເຈິ່ນກວ໊ກເວື້ອງ ເຮັດວຽກຢູ່ແຂວງ ຝູອຽນ

(VOVWORLD) - ເນື່ອງໃນໂອກາດນີ້, ທ່ານ ເຈິ່ນກວ໊ກເວື້ອງ ກໍ່ໄດ້ໄປເຮັດວຽກກັບຄະນະພັກຕາແສງເຂດພູດອຍ, ເຂດປະຊາຊົນເຜົ່າສ່ວນໜ້ອຍ Ea Trol (ເມືອງ ຊົງຮິງ)
ຜູ້ປະຈຳການຄະນະເລຂາ ເຈິ່ນກວ໊ກເວື້ອງ ເຮັດວຽກຢູ່ແຂວງ ຝູອຽນ - ảnh 1ທ່ານ ເຈິ່ນກວ໊ກເວື້ອງ ເຮັດວຽກຢູ່ແຂວງ ຝູອຽນ

ໃນລະຫວ່າງວັນທີ 4 - 6 ກໍລະກົດ, ທ່ານ ເຈິ່ນກວ໊ກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ພ້ອມກັບຄະນະປະຕິບັດງານສູນກາງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຝູອຽນ ກ່ຽວກັບໝາກຜົນແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄະນະພັກທຸກຂັ້ນເຄິ່ງອາຍຸການ 2015 – 2020.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ເຈິ່ນກວ໊ກເວື້ອງ ໄດ້ຮຽກຮ້ອງວ່າ:

        “ເຂດທົ່ງພຽງ ຕູຍຮ່ວາ ອຸດົມສົມບູນ, ທຳມະຊາດໄດ້ດົນບັນດານໃຫ້ແຂວງ ຝູອຽນ. ທຸກໆສິ່ງເຫລົ່ານັ້ນຕ້ອງໄດ້ຮັບການຜັນຂະຫຍາຍທ່າໄດ້ປຽບເພື່ອຂຸດຄົ້ນການທ່ອງທ່ຽວ, ກະສິກຳເຕັກໂນໂລຊີສູງ, ອຸດສາຫະກຳປຸງແຕ່ງ. ໜຶ່ງໃນບັນດາປັດໄຈເກືອບຄືວ່າໄດ້ຕັດສິນຊີ້ຂາດແມ່ນຕ້ອງກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ. ກົງຈັກຕ້ອງກະທັດລັດ, ພະນັກງານປອດໃສ ມີຄວາມຮັບຜິດຊອບຈຶ່ງສາມາດເຮັດໄດ້”

        ເນື່ອງໃນໂອກາດນີ້, ທ່ານ ເຈິ່ນກວ໊ກເວື້ອງ ກໍ່ໄດ້ໄປເຮັດວຽກກັບຄະນະພັກຕາແສງເຂດພູດອຍ, ເຂດປະຊາຊົນເຜົ່າສ່ວນໜ້ອຍ Ea Trol (ເມືອງ ຊົງຮິງ), ຕາແສງ ຝູດົງ (ນະຄອນ ຕູຍຮ່ວາ) ແລະ ຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍດີເດັ່ນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ