ຝ່າຍຕາເວັນຕົກ ປະຕິບັດຄຳສັ່ງລົງໂທດຕໍ່ອີຣານ

ຝ່າຍຕາເວັນຕົກ ປະຕິບັດຄຳສັ່ງລົງໂທດຕໍ່ອີຣານ - ảnh 1
ທ່ານ​ປະທານາທິບໍດີ​ອີຣານ Mahmoud Ahmadinejad
(ພາບ: AP)


(vovworld) -     ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ພວມດຳ​ເນີນ “ບັ້ນ​ຮົບ​ດ້ວຍຄຳ​ສັ່ງລົງ​ໂທດ​” ​ແນ​ໃສ່​ຂົງ​ເຂດ​ນ້ຳມັນ ​ແລະ ທະນາຄານຂອງ​ອີຣານ. ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ​ປະທາ​ນາທິບໍດີ​ອີຣານ Mahmoud Ahmadinejad ​ໃນ​ການ​ຕອບ​ສຳພາດ​ທາງ​ໂທລະພາບ​ອີຣານ ​ເມື​່ອວັນ​ທີ 4/9. ທ່ານ​ປະທານາທິບໍດີ Mahmoud Ahmadinejad ​ເອີ້ນການ​ກະທຳ​ນີ້​ວ່າ ສົງຄາມ​ເຢັນ​ກໍ່​ຄວາມ​ເສຍ​ຫາຍ​ຕໍ່​ອີຣານ, ຕາມ​ທ່ານ​ແລ້ວ​ຄຳ​ສັ່ງ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ພວມ​ກໍ່​ບັນຫາບໍ່​ແມ່ນ​ໜ້ວຍຕໍ່​ການ​ເຄື່ອນ​ໄຫວ​ສົ່ງ​ອອກນ້ຳມັນ ​ແລະ ​ການ​ເຄື່ອນ​ໄຫວ​ຊຳລະສະ​ສາງ​ເງິນ​ຂອງ​ບັນດາ​ທະນາຄານ​ຂອງ​ອີຣານ”. ​​ຈາກ​ນັ້ນ​ສົ່ງ​ຜົນ​ສະທ້ອນ​ເຖິງ​ເລື່ອງ​ອີຣານ ຮັບປະກັນ​ຄວາມ​ຕ້ອງ​ການ​ອັນ​ເປັນ​ພື້ນຖານ​ຄື ສະບຽງ​ອາຫານ​ໃຫ້​ແກ່​ປະຊາຊົນ​ປະ​ເທດ​ນີ້. ​ແຕ່​ອີຣານ ພວມມານະ​ພະຍາຍາມ​ແກ້​ໄຂ​ບັນດາ​ຮົ້ວ​ກີດຂວາງ​ນີ້.

ຂ່າວ/ບົດ​ອື່ນ