ເພີ່ມທະວີການຮ່ວມມືສະໜິດຕິພັນລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ

(VOVWORLD) - ການຢ້ຽມຢາມຂອງທ່ານພົນໂທ ຈິ້ງວັນກວຽດ ຈະປະກອບສ່ວນສຳຄັນເຂົ້າໃນເລື່ອງເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ
ເພີ່ມທະວີການຮ່ວມມືສະໜິດຕິພັນລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຕ້ອນຮັບທ່ານພົນໂທ ຈິ້ງວັນກວຽດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ແລະ ຄະນະຜູ້ແທນ)

        ຕອນບ່າຍວັນທີ 26 ສິງຫາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຕ້ອນຮັບທ່ານພົນໂທ ຈິ້ງວັນກວຽດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ແລະ ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນ ຫວຽດນາມ, ທີ່ພວມໄປປະຕິບັດງານຢູ່ ລາວ. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢືນຢັນວ່າ, ການຢ້ຽມຢາມຂອງທ່ານພົນໂທ ຈິ້ງວັນກວຽດ ຈະປະກອບສ່ວນສຳຄັນເຂົ້າໃນເລື່ອງເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ; ສະແດງໃຫ້ເຫັນນ້ຳໃຈສະໜິດຕິດພັນເປັນພິເສດລະຫວ່າງ 2 ຊາດ, ກອງທັບ 2 ປະເທດ.

        ສ່ວນທ່ານພົນໂທ ຈິ້ງວັນກວຽດ ກໍ່ປາດຖະໜາວ່າ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຈະສືບຕໍ່ໃຫ້ຄວາມສົນໃຈ, ສ້າງເງື່ອນໄຂເພື່ອໃຫ້ກະຊວງປ້ອງກັນປະເທດ ແລະ ກອງທັບ 2 ປະເທດ ເພີ່ມທະວີການແລກປ່ຽນບົດຮຽນໃນວຽກງານກະກຽມ, ຈັດກອງປະຊຸມໃຫຍ່ຂອງພັກທຸກຂັ້ນ; ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນເພື່ອຍົກສູງປະສິດທິຜົນວຽກງານເສນາທິການ, ສະເໜີຕໍ່ການນຳຂັ້ນສູງຂອງ 2 ພັກ, 2 ລັດກ່ຽວກັບບັນດາແຜນນະໂຍບາຍ, ມາດຕະການແກ້ໄຂເພື່ອເພີ່ມທະວີການຊີ້ນຳຂອງແຕ່ລະພັກ ສຳລັບກອງທັບຂອງແຕ່ລະປະເທດ.

        ຕອນບ່າຍວັນດຽວກັນ, ທ່ານພົນໂທ ຈິ້ງວັນກວຽດ ແລະ ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ; ດຳເນີນການໂອ້ລົມສົນທະນາ 2 ຝ່າຍກັບທ່ານພົນໂທ ທອງລອຍ ສີລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ