ພິທີໄຂກອງປະຊຸມຄັ້ງທີ11ຄະນະບໍລິຫານງານສູນກາງພັກຊຸດທີ11

ພິທີໄຂກອງປະຊຸມຄັ້ງທີ11ຄະນະບໍລິຫານງານສູນກາງພັກຊຸດທີ11 - ảnh 1
(ກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກຊຸດທີ 11)

(vovworld) –  ​​ ​ ຕອນ​ເຊົ້າ​ວັນ​ທີ 4/5, ຢູ່​ ຮ່າ​ໂນ້ຍ ​ໄດ​້ໄຂ​ກອງ​ປະຊຸມຄັ້ງ​ທີ 11 ຄະນະ​ບໍລິຫານງານ​ສູນ​ກາງ​ພັກຊຸດ​ທີ 11. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ເປັນ​ປະທານ​ວາລະ​ປະຊຸມ. ​ທີ່ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ໄດ້ປຶກສາ​ຫາລື ກ່ຽວ​ກັບ​ບັນດາ​ບັນຫາ​ທິດ​ທາງ​ວຽກ​ງານ​ບຸກຄະລາ​ກອນຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດ​ທີ 12, ຈຳນວນ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ຊຸດ​ທີ 12, ຮູບ​ແບບ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ​ໂຄງການ​ທ່າ​ອາກາດ​ສະຍານສາກົນ ລອງ​ແທ່ງ ​ແລະ ປະກອບ​ຄຳ​ເຫັນ​ໃສ່ບົດ​ລາຍ​ງານ​ບັນດາ​ວຽກ​ງານທີ່​ສຳຄັນ ​ເຊິ່ງກົມ​ການ​ເມືອງ​ໄດ້​​ແກ້​ໄຂ​ ນັບ​ແຕ່ຫຼັງ​ກອງ​ປະຊຸມ​ສູນ​ກາງຊຸດ​ທີ 10 ມາຮອດ​ປະຈຸ​ບັນ.

        ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ,​ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ຍົກ​ອອກ​ບັນດາ​ບັນຫາເພື່ອ​​ໃຫ້ສູນ​ກາງ​ສົນ​ໃຈ​ໃນ​ວິວັດ​ການ​ຄົ້ນ​ຄ້ວາ, ປຶກສາ​ຫາລື ​ແລະ ຕັດສິນ. ກ່ຽວ​ກັບ​ທິດ​ທາງ​ວຽກ​ງານ​ບຸກຄະລາ​ກອນຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດ​ທີ 12, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ເນັ້ນ​ໜັກ​ວ່າ: ​ແຕ່​ນີ້​ມາ​ຮອດ​ກອງ​ປະຊຸມ​ໃຫຍ່​ພັກ​ທົ່ວ​ປະ​ເທດ​ຄັ້ງ​ທີ 12, ພ້ອມ​ກັບ​ການ​ສືບ​ຕໍ່​ປະຕິບັດ​ສຳ​ເລັດ​ບັນດາ​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່, ຄະນະ​ບໍລິຫານ​ງານ​ສູນ​ກາງ​ຕ້ອງ​ສຸມ​ໃສ່​ກະກຽມ​ບຸກຄະລາ​ກອນ​ໃຫ້​ກອງ​ປະຊຸມ​ໃຫຍ່​ຕາມ​ກົດ​ລະບຽບພັກ. ນີ້​ແມ່ນ​ໜ້າ​ທີ່​ສຳຄັນ​ທີ່​ສຸດ,​ ຮຽກຮ້ອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ ​ແລະ ກົມ​ການ​ເມືອງ​ຕ້ອງ​ກະກຽມ​ຕາມ​ຂັ້ນ​ຕອນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ເໝາະ​ສົມກັບ​ລະດັບ​ຄວາມ​ໄວ.       

    ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ສະຫາຍ​ກຳມະການ​ສູນ​ກາງ​ແຕ່ລະຄົນ​ຕ້ອງ​ຮັບ​ຮູ້​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ຂອງ​ວຽກ​ງານ​ສຳຄັນ​ນີ້​ໃຫ້​ຄົບ​ຖ້ວນ, ສຸມ​ໃສ່​ປຶກສາ​ຫາລື,​ໄຈ້​ແຍກ, ​​ເຮັດ​ໃຫ້​ບັນດາ​ເນື້ອ​ໃນ​ເລິກ​ເຊິ່ງ,ເອົາໃສ່​ໃຈ​ຕື່ມອີກ​ກ່ຽວກັບ​ບັນຫາ​ຫຍັງ,ໜ້າ​ວຽກ​ ໃດ,ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະນະ​ເລຂາ​ປະຈຸ​ບັນ ຕ້ອງ​ມີ​ຄຸນ​ທາດ​ການ​ເມືອງ​ທີ່​ໝັ້ນຄົງ, ​ຢືດໝັ້ນ​ຈຸດໝາຍ​ເອກະລາດ​ແຫ່ງ​ຊາດ ​ແລະ ສັງຄົມ​ນິຍົມ, ມີຄຸນ​ສົມບັດ ​ແລະ ​ແບບ​ແຜນການ​ດຳລົງ​ຊີວິດ​ທີ່​ປອດ​ໃສ, ​ເປັນ​ແບບຢ່າງ, ບໍ່​ສໍ້​ລາດ​ບັງ​ຫຼວງ, ບໍ່​ສວຍ​ໃຊ້​ອຳນາດ, ມີ​ສະຕິ​ຮັກສາ ​ແລະ ປົກ​ປັກ​ຮັກສາ​ຄວາມ​ສາມັກຄີ, ຄວາມ​ເປັນ​ເອກະ​ພາບ​ໃນ​ພັກ ​ແລະ ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ຈາກ​ມະຫາຊົນ.

    ສຳ​ລັບ​ບັນຫາ​ຮູບ​ແບບ​ຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນຢັນ​ ການ​ປ່ຽນ​ໃໝ່, ການປັບປຸງ​ຮູບ​ແບບ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ ແມ່ນ​ບັນຫາ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ ​ສຳລັບ​ພາລະກິດ​ແຫ່ງ​ການ​ປ່ຽນ​ໃໝ່, ປັບປຸງ, ຍົກສູງ​ຜົນ​ສັກສິດ, ປະສິດທິ​ຜົນການ​ເຄື່ອນ​ໄຫວ​ຂອງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ​ຫວຽດນາມ. ກົມ​ການ​ເມືອງ​ຍື່ນ​ສະ​ເໜີ​ຕໍ່​ສູນ​ກາງ​ພັກສືບ​ຕໍ່​ພິຈາລະນາ, ​ໃຫ້​ຄວາມ​ເຫັນ, ​ເປັນ​ຕົ້ນ​ແມ່ນ​ການ​ເລືອກ​ເຟັ້ນຮູບ​​ແບບ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ ​ເພື່ອ​ກຳນົດ​ທິດ​ໃຫ້​ສະພາ​ແຫ່ງ​ຊາດ​ພິຈາລະນາ, ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທີ່​ວາລະ​ປະຊຸມ​ຄັ້ງ​ທີ 9, ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ່ 13 ​ໃກ້​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ