ພົນ​ໂທ ຫງວຽນ​ເຕິນ​ເກືອງ ຕ້ອນ​ຮັບ ແລະ ໂອ້​ລົມ​ເຈ​ລະ​ຈາ​ກັບ​ຜູ້​ບັນ​ຊາ​ການ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ

(VOVWORLD) - ວັນທີ 14 ສິງຫາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໂອ້ລົມເຈລະຈາກັບທ່ານພົນເອກ Tan Sri Datuk Seri Mohammad bin Ab Rahman, ຜູ້ບັນຊາການກຳລັງປ້ອງກັນປະເທດ ມາເລເຊຍ. 
ພົນ​ໂທ ຫງວຽນ​ເຕິນ​ເກືອງ ຕ້ອນ​ຮັບ ແລະ ໂອ້​ລົມ​ເຈ​ລະ​ຈາ​ກັບ​ຜູ້​ບັນ​ຊາ​ການ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ - ảnh 1ການເຈລະຈາລະຫວ່າງສອງຝ່າຍ (ພາບ: qdnd.vn)

ນະທີ່ນີ້, ທ່ານພົນໂທ ຫງວຽນເຕິນເກືອງ ສະເໜີໃຫ້ສອງຝ່າຍ ສືບຕໍ່ຜັນຂະຫຍາຍຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ ແລະ ບັນດາເນື້ອໃນໃນບົດບັນທຶກຊ່ວຍຈຳລະຫວ່າງລັດຖະບານສອງປະເທດກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ໃຫ້ມີປະສິດທິຜົນ; ສຸມໃສ່ບັນດາຂົງເຂດ, ເຊັ່ນ: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາປະສິດທິຜົນບັນດາກົນໄກຮ່ວມມືທີ່ພວມມີ ແລະ ສ້າງຕັ້ງ, ຜັນຂະຫຍາຍກົນໄກສົນທະນາກ່ຽວກັບນະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ, ກົນໄກໃຫ້ຄຳປຶກສາດ້ານປ້ອງກັນອາກາດ, ແລກປ່ຽນນາຍທະຫານໜຸ່ມ; ຮ່ວມມືລະຫວ່າງທະຫານ, ເຫຼົ່າຮົບ; ບຳລຸງສ້າງ, ອຸດສາຫະກຳປ້ອງກັນຊາດ; ເສນາຮັກ; ກູ້ໄພກູ້ຊີບ; ຮັກສາສັນຕິພາບ ສປຊ ໂດຍໄວ;  ສືບຕໍ່ຕັ້ງໜ້າໃຫ້ຄຳປຶກສາ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສ, ກົນໄກຮ່ວມມືຫຼາຍຝ່າຍ.

        ນະທີ່ນີ້, ສອງຝ່າຍໄດ້ຕີລາຄາສູງບົດບາດອັນສຳຄັນຂອງ ອາຊຽນ ໃນການກຳນົດ ແລະ ຮັກສາໂຄງສ້າງປ້ອງກັນຄວາມໝັ້ນຄົງໃນພາກພື້ນ, ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ກໍຄືລະຫວ່າງ ອາຊຽນ ກັບຄູ່ຮ່ວມມື ໃຫ້ແທດຈິງ.

        ກ່ຽວກັບບັນຫາຢູ່ທະເລ, ທ່ານພົນໂທ ຫງວຽນເຕິນເກືອງ ເນັ້ນໜັກວ່າ ຫວຽດນາມ ມີແຜນນະໂຍບາຍປາດຖະໜາຢາກຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນ; ແຜນນະໂຍບາຍແກ້ໄຂທຸກຂໍ້ຂັດແຍ້ງດ້ວຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ