ມີຫຼາຍຈຸດໃໝ່ໃນຮ່າງກົດໝາຍວ່າດ້ວຍການອະໄພຍະໂທດ (ສະບັບປັບປຸງ)

(VOVWORLD) -ຕອນເຊົ້າວັນທີ 07 ພະຈິກ, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍອະໄພຍະໂທດ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍດັ່ງກ່າວ.
ມີຫຼາຍຈຸດໃໝ່ໃນຮ່າງກົດໝາຍວ່າດ້ວຍການອະໄພຍະໂທດ (ສະບັບປັບປຸງ) - ảnh 1 (ສະພາແຫ່ງຊາດ)

ທີ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດໄດ້ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍອະໄພຍະໂທດ (ສະບັບປັບປຸງ). ບົນພື້ນຖານຄຳເຫັນປະກອບຂອງສະມາຊິກສະພາແຫ່ງຊາດທີ່ກອງປະຊຸມ ແລະ ຄຳເຫັນປະກອບຂອງບັນດາອົງການທີ່ກ່ຽວຂ້ອງ, ຄະນະປະຈຳສະພາແຫ່ງຊາດ ພ້ອມກັບບັນດາອົງການທີ່ກ່ຽວຂ້ອງໄດ້ຄົ້ນຄວ້າ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍ. ຮ່າງກົດໝາຍວ່າດ້ວຍອະໄພຍະໂທດ (ສະບັບປັບປຸງ) ມີຫຼາຍຈຸດທີ່ໜ້າສົນໃຈ, ພິເສດແມ່ນການກຳນົດກ່ຽວກັບເງື່ອນໄຂ ແລະ ເປົ້າໝາຍທີ່ໄດ້ຮັບສະເໜີອະໄພຍະໂທດ. ທ່ານນາງຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ເລທິງາ, ໃຫ້ຮູ້ວ່າ.

        “ເພື່ອຮັບປະກັນລັກສະນະຄົບຊຸດກັບບັນດາກົດໝາຍໃໝ່ວ່າດ້ວຍຍຸຕິທຳເຊິ່ງສະພາແຫ່ງຊາດຫາກໍ່ປະກາດໃຊ້, ພ້ອມທັງສ້າງກຳລັງໜູນໃຫ້ຜູ້ປະຕິບັດຄຳຕັດສິນຂອງສານສູ້ຊົນປ່ຽນແປງຕົນເອງ, ຮ່າງກົດໝາຍໄດ້ຮັບການປັບປຸງຕາມທິດ: ສຳລັບບາງໂທດເຊິ່ງປະມວນກົດໝາຍອາຍາ ກຳນົດບໍ່ໄດ້ປ່ອຍຕົວກ່ອນກຳນົດເວລາ ແມ່ນມີເງື່ອນໄຂໄດ້ຮັບອະໄພຍະໂທດ ແຕ່ເງື່ອນໄຂກ່ຽວກັບເວລາປະຕິບັດການຕັດສິນຂອງສານເພື່ອພິຈາລະນາໄດ້ຮັບການອະໄພຍະໂທດຕ້ອງຍາວກວ່າເມື່ອທຽບໃສ່ບັນດາອາດຊະຍາກຳອື່ນ. ພ້ອມກັນນັ້ນ, ສຳລັບບັນດາກໍ່ລະນີນີ້, ປະທານປະເທດມີສິດຕັດສິນບໍ່ໃຫ້ອະໄພຍະໂທດໃນບັ້ນອະໄພຍະໂທດແຕ່ລະຄັ້ງຢ່າງລະອຽດ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງປະເທດຊາດທີ່ໄດ້ວາງອອກໃນແຕ່ລະໄລຍະ”.

        ປຶກສາຫາລືຢູ່ຫໍປະຊຸມ, ສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີກັບຮ່າງກົດໝາຍວ່າດ້ວຍອະໄພຍະໂທດ (ສະບັບປັບປຸງ). ກ່ຽວກັບຈຸດເວລາດຳເນີນການໃຫ້ອະໄພຍະໂທດ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ຮ່າງກົດໝາຍຂອງລັດຖະບານທີ່ຍື່ນສະເໜີ ໄດ້ສືບທອດມາຈາກກົດໝາຍວ່າດ້ວຍອະໄພຍະໂທດ ພວມປະກາດໃຊ້, ໄດ້ກຳນົດ 3 ຈຸດເວລາການໃຫ້ອະໄພຍະໂທດຄື: ເນື່ອງໃນໂອກາດບັນດາເຫດການໃຫຍ່ ແລະ ວັນບຸນໃຫຍ່ຂອງປະເທດຊາດ ແລະ ກໍ່ໃນກໍລະນີພິເສດ. ທ່ານນາງ ຫງວຽນທິຮົ່ງຮ່າ, ຄະນະສະມາຊິກສະພາແຫ່ງຊາດແຂວງ ນິງທ້ວນ, ຖືວ່າ: ຮ່າງກົດໝາຍຄວນເພີ່ມເຕີມບັນດານະໂຍບາຍສຳລັບຜູ້ໄດ້ຮັບການໃຫ້ອະໄພຍະໂທດ ເພື່ອສ້າງເງື່ອນໄຂເພື່ອໃຫ້ເຂົ້າເຈົ້າເຊື່ອມຕົວກັບສັງຄົມຄືນໃໝ່.

        ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ (ສະບັບປັງປຸງ) ແລະ ຮ່າງກົດໝາຍວ່າດ້ວຍການລ້ຽງສັດ.

ຕອບກັບ

ຂ່າວ/ບົດ​ອື່ນ