ລັດຖະບານຊີຣີຢັ້ງຢືນເຂົ້າຮ່ວມການເຈລະຈາສັນຕິພາບຢູ່ເຊີແນວ

(VOVWORLD) -ວັນທີ 28 ພະຈິກ, ລັດຖະບານຊີຣີ ໄດ້ຢັ້ງຢືນວ່າ ຈະເຂົ້າຮ່ວມຮອບເຈລະຈາສັນຕິພາບໃໝ່ ໂດຍສະຫະປະຊາດປົກປ້ອງຢູ່ເຊີແນວ, ປະເທດສະວິດ.

ລັດຖະບານຊີຣີຢັ້ງຢືນເຂົ້າຮ່ວມການເຈລະຈາສັນຕິພາບຢູ່ເຊີແນວ - ảnh 1 ທູດພິເສດສະຫະປະຊາຊາດກ່ຽວກັບຊີຣີ ທ່ານ Staffan de Mistura

(ພາບປະກອບ: THX/ TTXVN)

ຄຳຢັ້ງຢືນດັ່ງກ່າວຖືກຍົກອອກມາ ພາຍຫຼັງທີ່ມີຂ່າວວ່າ ລັດຖະບານຊີຣີ ຈະບໍ່ເຂົ້າຮ່ວມຮອບເຈລະຈາຄັ້ງທີ 8 ນີ້ ກ່ອນນັ້ນໜຶ່ງວັນ, ໄດ້ປົກຄຸມໄປດ້ວຍເງົາເມືດໃນບັນດາຄວາມມານະພະຍາຍາມຂອງສະຫະປະຊາຊາດ ເພື່ອແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເປັນເວລາ 6 ປີຢູ່ຊີຣີ. ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວ, ໂຄສົກຂອງສະຫະປະຊາຊາດ Alessandra Vellucci ໃຫ້ຮູ້ວ່າ, ປະຈຸບັນ ຄະນະຜູ້ແທນຂອງລັດຖະບານຊີຣີ ຍັງບໍ່ທັນມາຮອດສະວິດເທື່ອ, ແຕ່ທູດພິເສດສະຫະປະຊາຊາດກ່ຽວກັບຊີຣີ ທ່ານ Staffan de Mistura ໄດ້ຮັບແຈ້ງວ່າ, ຄາດວ່າ ເຂົາເຈົ້າອາດຈະມາສະວິດໃນວັນທີ 29 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ