ລັດເຊຍປາດຖະໜາການເຈລະຈາສັນຕິພາບ Astana ຈະຊ່ວຍຊຸກຍູ້ວິວັດທະນາການໄກເກ່ຍຢູ່ຊີຣີ

(VOVWORLD) -ວັນທີ 26 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ Sergey Lavrov ຫວັງວ່າ, ການເຈລະຈາສັນຕິພາບ ຊີຣີ ຄາດວ່າຈະດຳເນີນຢູ່ນະຄອນຫຼວງ Astana ຂອງກາຊັກສະຖານ ໃນວັນທີ 14 ກໍລະກົດ ຈະມາເຖິງ ເຊິ່ງຈະຊ່ວຍຊຸກຍູ້ວິວັດທະນາການໄກເກ່ຍຢູ່ປະເທດຕາເວັນອອກກາງ ທີ່ພວມຖືກສົງຄາມທຳລາຍນີ້.

ລັດເຊຍປາດຖະໜາການເຈລະຈາສັນຕິພາບ Astana ຈະຊ່ວຍຊຸກຍູ້ວິວັດທະນາການໄກເກ່ຍຢູ່ຊີຣີ - ảnh 1 ທ່ານລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ Sergey Lavrov

(ພາບ:  AFP/TTXVN)

ຕາມທ່ານ Lavrov ແລ້ວ, ທູດພິເສດສະຫະປະຊາຊາດກ່ຽວກັບບັນຫາຊີຣີ Steffan de Mistura ຄາດວ່າຈະເຂົ້າຮ່ວມຮອບເຈລະຈາສັນຕິພາບ Astana. ຄຽງຂ້າງນັ້ນ, ທ່ານ Lavrov ກໍ່ກ່າວປະນາມອາເມລິກາ ພ້ອມກັບບັນດາພັນທະມິດພວມປ້ອງກັນແນວໂຮມ Al Nusra ພົ້ນຈາກສະພາບຖືກບຸກໂຈມຕີ, ຖືວ່າ ນັ້ນແມ່ນວິທີສຳພັດທີ່ອັນຕະລາຍ. ທ່ານກໍ່ກ່າວປະນາມເລື່ອງ ວໍຊິງຕັນ ພວມນຳໃຊ້ “ມາດຕະຖານຊ້ອນ” ສຳລັບບັນຫາຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ