ວາງລະເບີດສະຫຼະຊິບເຮັດໃຫ້ສີບຄົນຮັບບາດເຈັບແລະເສຍຊີວິດຢູ່ Kabul, ອາບການິດສະຖານ

(VOVWORLD) -ວົງການເຈົ້າໜ້າທີ່ອາບການິດສະຖານ ໃຫ້ຮູ້ວ່າ, ວັນທີ 04 ມັງກອງ, ເປົ້າໝາຍບຸກໂຈມຕີສະຫຼະຊີບໄດ້ໃຫ້ລະເບີດຕິດໂຕແຕກຢູ່ໃກ້ກັບເຂດມີຕຳຫຼວດ ແລະ ຜູ້ແຫ່ຂະບວນປະທ້ວງເປັນຈຳນວນຫຼາຍຢູ່ນະຄອນຫຼວງ Kabul

ວາງລະເບີດສະຫຼະຊິບເຮັດໃຫ້ສີບຄົນຮັບບາດເຈັບແລະເສຍຊີວິດຢູ່ Kabul, ອາບການິດສະຖານ - ảnh 1

(ພາບປະກອບ: THX/ TTXVN)

ເຮັດໃຫ້ຢ່າງໜ້ອຍສຸດ 11 ຄົນເສຍຊີວິດ ແລະ  25 ຄົນຮັບບາດເຈັບ. ນີ້ແມ່ນການໃຊ້ຄວາມຮຸນແຮງຄັ້ງຫຼ້າສຸດທີ່ເກີດຂຶ້ນຢູ່ນະຄອນນີ້.

        ສຳນັກຂ່າວສານ AFP ໄດ້ຄັດຄຳເວົ້າຂອງຮອງໂຄສົກກະຊວງພາຍໃນອາບການິດສະຖານ Nasrat Rahimi ຊີ້ແຈ້ງວ່າ “ເຫດວາງລະເບີດສະຫຼະຊີບເກີດຂຶ້ນຢູ່ໃກ້ກັບກຸ່ມຕຳຫຼວດພວມປະຕິບັດໜ້າທີ່ຮັບປະກັນຄວາມສະຫງົບໃຫ້ແກ່ການແຫ່ຂະບວນປະທ້ວງທີ່ພວມດຳເນີນ”. ແລະຫ່າງຈາກສະຖານທູດອາເມລິກາ ກໍຄື ບັນດາສຳນັກງານຄະນະປະຕິບັດງານການທູດບໍ່ໄກ. ປະຈຸບັນຍັງບໍ່ທັນມີກຸ່ມໄດກ່າວຮັບຜິດຊອບເຫດການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ