ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໂຮມປະ​ຊຸມ​ດ່ວນ​ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອ​ກ​ກາງ ເພີ່ມ​ຂຶ້ນ

(VOVWORLD) - ຕອນບ່າຍວັນທີ 13 ສິງຫາ, ຕາມເວລາ ນິວຢອກ (ອາເມລິກາ), ສະພາຄວາມໝັ້ນຄົງ ສປຊ ໄດ້ໂຮມປະຊຸມດ່ວນ ຕາມການສະເໜີຂອງ ອານເຊຣີ ເພື່ອຮັບຟັງບົດລາຍງານສະພາບການຄວາມເຄັ່ງຕຶງປິ່ນຂັ້ນໄດຢູ່ພາກພື້ນຕາເວັນອອກກາງ.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໂຮມປະ​ຊຸມ​ດ່ວນ​ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອ​ກ​ກາງ ເພີ່ມ​ຂຶ້ນ - ảnh 1ສະພາຄວາມໝັ້ນຄົງ ສປຊ ໂຮມປະຊຸມດ່ວນ (ພາບ: TTXVN)
ເມື່ອກ່າວຄຳເຫັນໃນວາລະປະຊຸມ, ທ່ານ Rosemary Di Carlo ຮອງເລຂາທິການໃຫຍ່ ສປຊ ທີ່ຮັບຜິດຊອບດ້ານການເມືອງ ຢັ້ງຢືນວ່າ ສປຊ ພວມເຫັນປະຈັກຕາການຜັນແປທີ່ໜ້າວິຕົກກັງວົນ ແລະ ຄວາມເຄັ່ງຕຶງນີ້ ນັບມື້ນັບເພີ່ມຂຶ້ນຢູ່ ຕາເວັນອອກກາງ, ພ້ອມທັງໄດ້ເນັ້ນໜັກວ່າ ທຸກຝ່າຍທີ່ກ່ຽວຂ້ອງເຖິງການປະທະກັນຢູ່ເຂດ ກາຊາ ຕ້ອງຈຳກັດການຖະແຫຼງ ກໍຄືການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງຢູ່ພາກພື້ນປິ່ນຂັ້ນໄດ, ໃຫ້ບຸລິມະສິດໃນການປົກປ້ອງສາມັນຊົນ ແລະ ຊັບສິນພົນລະເຮືອນ, ປະຕິບັດກົດໝາຍວ່າດ້ວຍມະນຸດສະທຳສາກົນ. ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກໍກ່າວປະນາມເຫດບຸກໂຈມຕີໃນທ້າຍອາທິດຜ່ານມາຂອງ ອິດສະຣາແອັນ ແນໃສ່ໂຮງຮຽນ Al – Taba’een ຢູ່ນະຄອນ ກາຊາ ເຮັດໃຫ້ມີຜູ້ເສຍຊີວິດປະມານ 100 ຄົນ.

        ໃນວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ສປຊ Fu Cong ໃຫ້ຮູ້ວ່າ ປັກກິ່ງ ກະຕຸກຊຸກຍູ້ ອາເມລິກາ ຕັ້ງໜ້າກໍ່ຜົນກະທົບເຖິງ ອິດສະຣາແອັນ ແລະ ເກ້ຍກ່ອມ Tel Aviv ຢຸດຕິການກະທຳເຂັ່ນຂ້າສາມັນຊົນຢູ່ເຂດ ກາຊາ. ສ່ວນທ່ານຮອງຫົວໜ້າຄະນະຜູ້ຕາງໜ້າ ລັດເຊຍ ປະຈຳ ສປຊ Dmitry Polyanskiy ໃຫ້ຂໍ້ສັງເກດວ່າ ສະພາຄວາມໝັ້ນຄົງ ສປຊ ຕ້ອງພິຈາລະນາບັນດາມາດຕະການທີ່ສາມາດປະກອບສ່ວນຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດ ກາຊາ, ເປັນຕົ້ນແມ່ນ ວິທີລົງກວດກາຢູ່ເຂດດິນແດນດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ