ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການສຶກສາຂັ້ນມະຫາວິທະຍາໄລ

(VOVWORLD) - ຊື່ເອີ້ນ, ຂອບຂະໜາດການປັບປຸງ ແລະ ຂັ້ນຕອນການຮັບຮອງເອົາຮ່າງກົດໝາຍໂດຍສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 3.
ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການສຶກສາຂັ້ນມະຫາວິທະຍາໄລ - ảnh 1ພາບປະກອບ

ຕອນເຊົ້າວັນທີ 6 ພະຈິກ, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຟັງບົດລາຍງານອະພິປາຍ, ຮັບເອົາ, ປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາຂັ້ນມະຫາວິທະຍາໄລ; ປຶກສາຫາລືກ່ຽວກັບກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາຂັ້ນມະຫາວິທະຍາໄລ.

        ເມື່ອສະເໜີບົດລາຍງານອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາຂັ້ນມະຫາວິທະຍາໄລ, ທ່ານ ຟານແທງບິ່ນ, ຫົວໜ້າກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ: ຊື່ເອີ້ນ, ຂອບຂະໜາດການປັບປຸງ ແລະ ຂັ້ນຕອນການຮັບຮອງເອົາຮ່າງກົດໝາຍໂດຍສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 3. ຜ່ານການປຶກສາຫາລືທີ່ກອງປະຊຸມສະໄໝສາມັນຄັ້ງທີ 5, ທີ່ບັນດາວາລະປຶກສາຫາລືຄັ້ງທີ 26, 27 ຂອງຄະນະປະຈຳສະພາແຫ່ງຊາດ ແລະ ທີ່ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ (ເດືອນກັນຍາ 2018) ກໍ່ຄືການປະກອບຄຳເຫັນຂອງບັນດາຄະນະສະມາຊິກສະພາແຫ່ງຊາດ, ຄຳເຫັນສ່ວນຫຼາຍລ້ວນແຕ່ເຫັນດີເຫັນພ້ອມເຖິງຄວາມຈຳເປັນ, ເນື້ອໃນ, ຂອບເຂດການປັບປຸງ ແລະ ຖືວ່າ ຮ່າງກົດໝາຍໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ອາດຈະຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາ.ທ່ານ ຟານແທງບິ່ນ ຢັ້ງຢືນວ່າ:

        “ການຮັບຮອງເອົາກົດໝາຍວ່າດ້ວຍການສຶກສາຂັ້ນມະຫາວິທະຍາໄລທີ່ກອງປະຊຸມຄັ້ງນີ້ແມ່ນຈຳເປັນທີ່ສຸດເພື່ອສ້າງກອບກົດໝາຍຢ່າງທັນການໃຫ້ແກ່ບັນດາຮາກຖານສຶກສາມະຫາວິທະຍາໄລເສີມຂະຫຍາຍການເປັນເຈົ້າຕົນເອງ, ປະກອບສ່ວນເຂົ້າໃນການປ່ຽນແປງໃໝ່, ຍົກສຸງຄຸນນະພາບການສຶກສາຂັ້ນມະຫາວິທະຍາໄລຢ່າງແທດຈິງ. ຄະນະປະຈຳສະພາແຫ່ງຊາດ ເຫັນວ່າ, ການປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວການສຶກສາຂັ້ນມະຫາວິທະຍາໄລຄັ້ງນີ້ສຸມໃສ່ເປີດກ້ວາງຂອບຂະໜາດ ແລະ ຍົກສູງປະສິດທິຜົນຂອງນະໂຍບາຍເປັນເຈົ້າຕົນເອງໃນຂັ້ນມະຫາວິທະຍາໄລ ໃນກົດໝາຍທີ່ພວມປະກາດໃຊ້ ແລະ ດັດປັບບັນດາເນື້ອໃນອື່ນກ່ຽວຂ້ອງເພື່ອຮັບປະກັນຄວາມເປັນເອກະພາບໃນການປະຕິບັດ ຫາກບໍ່ເຮັດໃຫ້ໂຄງປະກອບຂອງກົດໝາຍມີການປ່ຽນແປງ.”

ຕອບກັບ

ຂ່າວ/ບົດ​ອື່ນ