ສາດ​ສະ​ດາ Ali Khamenei ຢັ້ງ​ຢືນ​ຢ່າງ​ເປັນ​ທາງ​ການ​ວ່າ ທ່ານ Masoud Pezeshkian ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ

(VOVWORLD) - ຄາດວ່າ ທ່ານປະທານາທິບໍດີຄົນໃໝ່ຂອງ ອີຣານ ຈະເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງຕໍ່ສະພາແຫ່ງຊາດໃນວັນທີ 30 ກໍລະກົດ. 



ສາດ​ສະ​ດາ Ali Khamenei ຢັ້ງ​ຢືນ​ຢ່າງ​ເປັນ​ທາງ​ການ​ວ່າ ທ່ານ Masoud Pezeshkian ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ - ảnh 1ທ່ານ Masoud Pezeshkian ເປັນປະທານາທິບດີ ຄົນທີ 9 ຂອງ ອີຣານ (ພາບ: TTXVN)

ວັນທີ 28 ກໍລະກົດ, ການນຳສູງສຸດຂອງອີຣານ, ສາດສະດາ Ali Khamenei ໄດ້ຢັ້ງຢືນຢ່າງເປັນທາງການວ່າ ທ່ານ Masoud Pezeshkian ເປັນປະທານາທິບດີ ຄົນທີ 9 ຂອງປະເທດສາທາລະນະລັດ ອິດສະລາມ. ພິທີຢັ້ງຢືນໄດ້ຈັດຂຶ້ນຢູ່ນະຄອນຫຼວງ ເຕເຮຣານ ດ້ວຍການເປັນສັກຂີພິຍານຂອງບັນດາເຈົ້າໜ້າທີ່ຂັ້ນສູງຂອງ ອີຣານ ແລະ ບັນດານັກການທູດຕ່າງປະເທດ ແລະ ໄດ້ອອກອາກາດໃນຊ່ອງໂທລະພາບແຫ່ງລັດ.

        ພາຍຫຼັງການນຳສູງສຸດຢັ້ງຢືນຢ່າງເປັນທາງການແລ້ວ, ທ່ານ Pezeshkian ໄດ້ສະແດງຄວາມຂອບໃຈສາດສະດາ ແລະ ປະຊາຊົນ ອີຣານ, ພ້ອມທັງໃຫ້ຄຳໝັ້ນໝາຍວ່າ ຈະມານະພະຍາຍາມເພື່ອແບກຫາບໜ້າທີ່ອັນສຳຄັນນີ້. ຄາດວ່າ ທ່ານປະທານາທິບໍດີຄົນໃໝ່ຂອງ ອີຣານ ຈະເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງຕໍ່ສະພາແຫ່ງຊາດໃນວັນທີ 30 ກໍລະກົດ. 


ຕອບກັບ

ຂ່າວ/ບົດ​ອື່ນ