ຫົວໜ້າກົມໃຫ່ຍການເມືອງ Ngo Xuan Lich ເຮັດວຽກຢູ່ແຂວງ Ca Mau

ຫົວໜ້າກົມໃຫ່ຍການເມືອງ Ngo Xuan Lich ເຮັດວຽກຢູ່ແຂວງ Ca Mau - ảnh 1

ທ່ານ Ngo Xuan Lich

(ພາບ:laodong.com.vn)

(vovworld) -     ຕອນ​ເຊົ້າວັນ​ທີ 17/10, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ເລຂາ​ສູນ​ກາງພັກກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ Ngo Xuan Lich  ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ກົມ​ໃຫ່​ຍການ​ເມືອງກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ອົງຄະ​ນະ​ພັກ​ແຂວງ Ca Mau ກ່ຽວ​ກັບການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ​ແຕ່​ປີ 2011-2015. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ພົນ​ໂທ Ngo Xuan Lich  ​ໄດ້​ຍ້ອງຍໍ​ຊົມ​ເຊີຍອົງຄະ​ນະ​ພັກ​ແຂວງ Ca Mau ​ໄດ້​ມີ​ບັນດາ​ຮູບ​ການທີ່​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ຜັນ​ຂະຫຍາຍກັບການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​, ພ້ອມ​ທັງ​ຊີ້​ນຳ​ໃຫ້​ອົງຄະ​ນະ​ພັກຂັ້ນຕ່າງໆ ​ແລະ ສະມາຊິກ​ພັກ​ແຂວງ Ca Mau ຈົ່ງ​ເພີ່ມ​ທະວີ​ວຽກ​ງານ​ແນວ​ຄິດ​ເພື່ອຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ​ ບັນລຸ​ໄດ້​ໝາກຜົນ​ສູງ​ກ່ວາ, ​ແທດ​ຈິງ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ