ອັດກອງປະຊຸມສາກົນ NGO 3

ອັດກອງປະຊຸມສາກົນ NGO 3 - ảnh 1
ກອງ​ປະຊຸມ​ສາກົນ NGO 3
(ພາບ: hanoitv.vn)


(vovworld) - ພາຍຫຼັງ​ເຮັດ​ວຽກ​ມາເປັນ​ເວລາ 2 ວັນ, ວັນ​ທີ 29/11, ກອງ​ປະຊຸ​ມສາກົນ​ຄັ້ງ​ທີ 3 ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ອົງການບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ໄດ້​ສິ້ນ​ສຸດ​ລົງ, ດ້ວຍ​ບັນດາ​ຂໍ້​ສະ​ເໜີ​ແນະ​ທີ່​ມີ​ຄຸນຄ່າ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ບັນດາ​ຜູ້​ແທນ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຂອງ​ໂຄງການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຕ່າງໆຂອງ​ຫວຽດນາມ, ອັນ​ໄດ້​ຊ່ວຍ​ແກ້​ໄຂ​ບັນດ​າບັນຫາ​ສັງຄົມເປັນ​ຢ່າງ​ດີ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໄວ ​ແລະ ໝັ້ນຄົງ​. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຮ່າ​ກິມຫງອກ ຢືນຢັນ​ວ່າ.

        “ພວກ​ຂ້າພະ​ເຈົ້າ​​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ບັນດາໝາກຜົນ​ອັນ​ດີງາມ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ຈະ​ສືບ​ຕໍ່​ພັດທະນາ​ນັບ​ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ, ປະກອບສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ວິວັດ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ສາຍ​ພົວພັນ​ມິດ​ຕະພາບ, ການຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ​ໂລກ. ”

        ກອງ​ປະຊຸມ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ໂດຍ​ເນັ້ນ​ໜັກ​ວ່າ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ຊອກ​ຫາ, ຂຸດ​ຄົ້ນ​ບັນດາ​ແຫຼ່ງທຶນ​ອຸປະຖຳ ​ແລະ ບັນດາ​ແຫ່ງ​ກຳລັງ​ຈາກ​ພາຍ​ນອກ ​ເພື່ອ​ໜູນ​ຊ່ວຍຫວຽດນາມ ຢ່າງ​ມີ​ປະ​ສິດ​ທິຜົນ​ກວ່າ. ສ່ວນ​ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ປົວ​ແປງ​ສະພາບ​ແວດ​ລ້ອມ​ດ້ານ​ກົດໝາຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ຢູ່​ຫວຽດນາມ​.

ຂ່າວ/ບົດ​ອື່ນ