ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ: ແຕ່​ລະ​ອົງ​ການ​ສື່ມວນ​ຊົນ ຕ້ອງ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ສະ​ເພາະ​ຂອງ​ຕົນ

(VOVWORLD) - ບັນດາອົງການສື່ມວນຊົນ ຕ້ອງສືບຕໍ່ເຂົ້າຮ່ວມ, ເຜີຍແຜ່ກ່ຽວກັບບັນດານະໂຍບາຍຂອງພັກ ແລະ ລັດ, ສ່ອງແສງບັນດາຄຳເຫັນຂອງປະຊາຊົນ, ນັກຊ່ຽວຊານ, ນັກວິທະຍາສາດ ດ້ວຍຫຼາຍແງ່ມູນ ເພື່ອຊ່ວຍໃຫ້ບັນດາອົງການຮຽບຮຽງນະໂຍບາຍທີ່ຫຼາຍຊ່ອງທາງເພື່ອຮັບຟັງ...
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ: ແຕ່​ລະ​ອົງ​ການ​ສື່ມວນ​ຊົນ ຕ້ອງ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ສະ​ເພາະ​ຂອງ​ຕົນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຖ່າຍຮູບພ້ອມກັບຜູ້ຕາງໜ້າບັນດາອົງການສື່ມວນຊົນ (ພາບ: VOV)

ຕອນເຊົ້າວັນທີ 27 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມແລກປ່ຽນວຽກງານສື່ມວນຊົນ. ນະທີ່ນີ້, ການນຳກະຊວງຖະແຫຼງຂ່າວ ແລະ ການສື່ສານ, ບັນດາອົງການສື່ມວນຊົນ ກໍໄດ້ແຈ້ງໃຫ້ຊາບກ່ຽວກັບແຜນການຜັນຂະຫຍາຍໃນໄລຍະຈະມາເຖິງ, ແຜນການຈັດຕັ້ງກອງປະຊຸມສະຫຼຸບ 1 ປິ ແຫ່ງການປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີວຽກງານໂຄສະນາເຜີຍແຜ່ນະໂຍບາຍ; ເສດຖະກິດສື່ມວນຊົນ…

        ຕາງໜ້າໃຫ້ລັດຖະບານ ມອບດອກໄມ້ອວຍພອນວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ ແລະ ສຳນັກຂ່າວສານ ຫວຽດນາມ ຄົບຮອບ 79 ປີ (7 ກັນຍາ 1945 – 7 ກັນຍາ 2024)  ແລະ 79 ປີ ແຫ່ງວັນມູນເຊື້ອຂະແໜງຖະແຫຼງຂ່າວ ແລະ ການສື່ສານ (28 ສິງຫາ 1945 – 28 ສິງຫາ 2024), ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີວ່າ: ບັນດາອົງການສື່ມວນຊົນ ຕ້ອງສືບຕໍ່ເຂົ້າຮ່ວມ, ເຜີຍແຜ່ກ່ຽວກັບບັນດານະໂຍບາຍຂອງພັກ ແລະ ລັດ, ສ່ອງແສງບັນດາຄຳເຫັນຂອງປະຊາຊົນ, ນັກຊ່ຽວຊານ, ນັກວິທະຍາສາດ ດ້ວຍຫຼາຍແງ່ມູນ ເພື່ອຊ່ວຍໃຫ້ບັນດາອົງການຮຽບຮຽງນະໂຍບາຍທີ່ຫຼາຍຊ່ອງທາງເພື່ອຮັບຟັງ. ໄປຄຽງຄູ່ກັນນັ້ນ, ກໍ່ເຜີຍແຜ່ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ກໍຄືປະກອບຄຳເຫັນໃສ່ເອກະສານຂອງກອງປະຊຸມໃຫຍ່ດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ