ອະ​ນຸ​ຊົນ​ແຕ້ມ​ພາບ​ເກືອບ 300 ແຜ່ນ​ເພື່ອ​ສະ​ແດງ​ຄວາມ​ຮັກ​ຕໍ່​ຮ່າ​ໂນ້ຍ

(VOVWORLD) - ຕອນຄ່ຳວັນທີ 29 ສິງຫາ, ຢູ່ເຂດມໍລະດົກ ພາວະຊາວັງ ທັງລອງ (ຮ່າໂນ້ຍ), ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ໄດ້ຈັດການມອບລາງວັນການສອບເສັງ ແຕ້ມພາບສຳລັບ ອະນຸຊົນສາກົນ ດ້ວຍຫົວຂໍ້ “ນ້ອງຮັກຮ່າໂນ້ຍ - ນະຄອນເພື່ອສັນຕິພາບ”.
ອະ​ນຸ​ຊົນ​ແຕ້ມ​ພາບ​ເກືອບ 300 ແຜ່ນ​ເພື່ອ​ສະ​ແດງ​ຄວາມ​ຮັກ​ຕໍ່​ຮ່າ​ໂນ້ຍ - ảnh 1ບັນດາຜູ້ແທນ ແລະ ພວກນ້ອງນ້ອຍເຂົ້າຮ່ວມການສອບເສັງ (ພາບ: TTXVN)
 
  ການສອບເສັງແມ່ນສຳລັບອະນຸຊົນ ຫວຽດນາມ ແລະ ສາກົນໃນເກນອາຍຸແຕ່ 5 – 16ປີ, ທີ່ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ຮ່າໂນ້ຍ. ເຂົ້າຮ່ວມການສອບເສັງ, ພວກນ້ອງໆໄດ້ແຕ້ມພາບຕ່າງໆທີ່ສະແດງຄວາມຮັກແພງຕໍ່ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ, ນະຄອນປະດິດຄິດສ້າງ, ກ່ຽວກັບການດຳລົງຊີວິດ, ທິວທັດທຳມະຊາດທີ່ສວຍງາມ ແລະ ຊາວຮ່າໂນ້ຍ. ພາຍຫຼັງ 1 ເດືອນປຸກລະດົມ, ການສອບເສັງປີນີ້ ໄດ້ຮັບເກືອບ 300 ພາບທີ່ສົ່ງເຂົ້າຮ່ວມການເສັງເຊິ່ງແມ່ນບັນດາພາບແຕ້ມງາມ ສະແດງໃຫ້ເຫັນນ້ຳໃຈຮັກແພງຕໍ່ຮ່າໂນ້ຍ, ນ້ຳໃຈຮັກແພງສັນຕິພາບພາຍໃຕ້ມູມມອງທີ່ໃສແຈ້ງຂອງເດັກ, ຄະນະຈັດຕັ້ງໄດ້ຕີລາຄາ ແລະ ຮັບຮູ້ການຕອບສະໜອງການເຂົ້າຮ່ວມຢ່າງຕັ້ງໜ້າຂອງສະຖານທູດບັນດາປະເທດຄື: ອັງກິດ, ບຣູໄນ, ອິນໂດເນເຊຍ, ມຽນມາ, ນອກແວ, ຟີລິບປິນ ແລະ ໂຮງຮຽນແຫ່ງຕ່າງໆໃນບໍລິເວນນະຄອນ.

ແລະກໍ່ໃນຕອນຄ່ຳວັນດຽວກັນ, ທີ່ພາວະຊາວັງ ທັງລອງ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຮ່າໂນ້ຍ ໄດ້ສົມທົບກັບສະຖານທູດ ລາວ (ປະທານໝູນວຽນອາຊຽນ 2024) ແລະ ສະຖານທູດບັນດາປະເທດສະມາຊິກ ອາຊຽນ ປະຈຳ ຫວຽດນາມ ຈັດງານວາງສະແດງ “ສີສັນວັດທະນະທຳ ອາຊຽນ”. ງານວາງສະແດງ ໄດ້ສະແດງພາບຖ່າຍ 57ແຜ່ນກ່ຽວກັບບັນດາເຂດຮ່ອງຮອຍປະຫວັດສາດ, ທິວທັດທຳມະຊາດ, ປະເທດຊາດ ແລະ ຊາວບັນດາປະເທດສະມາຊິກ ອາຊຽນ ເຊິ່ງແມ່ນການເຄື່ອນໄຫວທີ່ເປັນໜ້າຈົດຈຳຂອງບັນດາການນຳອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ