ອາບການິດສະຖານຈະເປັນປະທານກອງປະຊຸມສາກົນກ່ຽວກັບສັນຕິພາບ

(VOVWORLD) -ວັນທີ 30 ພຶດສະພາ, ສຳນັກຂ່າວສານ ANI ໃຫ້ຂ່າວວ່າ, ອາບການິດສະຖານ ຈະຈັດກອງປະຊຸມສາກົນກ່ຽວກັບສັນຕິພາບ, ຄວາມໝັ້ນຄົງ ແລະ ໄກ່ເກ່ຍປອງດອງໃນວັນທີ 09 ມີຖຸນາ ຈະມາເຖິງ
ອາບການິດສະຖານຈະເປັນປະທານກອງປະຊຸມສາກົນກ່ຽວກັບສັນຕິພາບ - ảnh 1 (ພາບປະກອບ: AFP/TTXVN)

ດ້ວຍການເຂົ້າຮ່ວມຂອງເກືອບ 20 ປະເທດ ແລະ ອົງການຈັດຕັ້ງສາກົນ, ໃນນັ້ນມີອາເມລິກາ, ອິນເດີຍ, ຍ່ີປຸ່ນ, ອັງກິດ… ກອງປະຊຸມສາກົນດັ່ງກ່າວໄດ້ຮັບການຈັດຕັ້ງພາຍຫຼັງສະພາບການໃຊ້ຄວາມຮຸນແຮງຢູ່ປະເທດນີ້ເພີ່ມຂຶ້ນ ຍ້ອນອົງການອິດສະລາມ Taliban ດຳເນີນບັນດາການບຸກໂຈມຕີຢ່າງລຽນຕິດໃນໄລຍະມໍ່ໆມານີ້ ເຊິ່ງເຮັດໃຫ້ນັບຮ້ອຍຄົນຖືກເສຍຊີວິດ, ໃນນັ້ນມີພາລະກອນປ້ອງກັນຄວາມສະຫງົບຫຼາຍຄົນ. ທ່ານຮອງຜູ້ຕາງໜ້າອົງການການທູດອາບການິດສະຖານ ປະຈຳປາກິດສະຖານ Zardasht Shams ເນັ້ນໜັກວ່າ, ການຮ່ວມມືຕ້ານການກໍ່ການຮ້າຍຈະແມ່ນໜຶ່ງໃນບັນດາບັນຫາຫຼັກແຫຼ່ງເຊິ່ງຈະໄດ້ຮັບການປຶກສາຫາລືທີ່ກອງປະຊຸມຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ