ອາເມລິກາ: ຢູແກຼນ ຍາກທີ່ຈະເຂົ້າເປັນສະມາຊິກ NATO ໄດ້ໃນຮອບເວລາ 10 ປີຈະມາເຖິງ

(VOVWORLD) -ທ່ານນາງເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ຢູແກຼນ Anka Feldgusen ກໍ່ຍົກອອກສາຍເຫດທີ່ ຢູແກຼນ ຈະບໍ່ໄດ້ເຂົ້າເປັນສະມາຊິກຂອງອົງການ NATO ໄວໄດ້.
ອາເມລິກາ: ຢູແກຼນ ຍາກທີ່ຈະເຂົ້າເປັນສະມາຊິກ NATO ໄດ້ໃນຮອບເວລາ 10 ປີຈະມາເຖິງ - ảnh 1ຢູແກຼນ ຈະບໍ່ໄດ້ເຂົ້າເປັນສະມາຊິກຂອງອົງການ NATO ໄວໄດ້
(ພາບປະກອບ: AFP/TTXVN)

ວັນທີ 09 ທັນວາ, ສຳນັກຂ່າວສານ AP ໃຫ້ຮູ້ວ່າ, ບັນດາເຈົ້າໜ້າທີ່ຂັ້ນສູງກະຊວງການຕ່າງປະເທດ ອາເມລິກາ ໄດ້ເວົ້າກັບ ຢູແກຼນ ວ່າ ຖານະບົດບາດຂອງ ອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ (NATO) ຂອງປະເທດນີ້ “ຍາກທີ່ຈະໄດ້ອະນຸຍາດໃນທົດສະວັດຈະມາເຖິງ”.

        ເມື່ອເດືອນ ກັນຍາ ຜ່ານມາ, ໃນການຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບ “1+1” ຂອງ ຢູແກຼນ, ທ່ານນາງເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ຢູແກຼນ Anka Feldgusen ກໍ່ຍົກອອກສາຍເຫດທີ່ ຢູແກຼນ ຈະບໍ່ໄດ້ເຂົ້າເປັນສະມາຊິກຂອງອົງການ NATO ໄວໄດ້. ຕາມທ່ານນາງແລ້ວ, ສະພາບການກ່ຽວຂອງເຖິງ Crimea ແລະ ການປະທະກັນຢູ່ Donbass ໄດ້ກີດຂວາງຖານະການເປັນສະມາຊິກຂອງ ຢູແກຼນ. ທ່ານນາງກໍ່ໃສ່ໃຈວ່າ, ໃນຕົວຈິງຍັງເກີດການປະທະກັນດ້ານການທະຫານຢູ່ ຢູແກຼນ ແລະ NATO ຍາກທີ່ຈະຮັບຮອງບັນດາປະເທດທີ່ຫາກໍ່ເກີດການປະທະກັນຄືແນວນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ