ເຫດ​​​ອ່າງ​ເກັບ​ນ້ຳແຕກ​ຢູ່ ຊູ​ດັງ ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ຫນ້ອຍ​ສຸດ 60 ຄົນ

(VOVWORLD) - ວັນທີ 26 ສິງຫາ ຕາມເວລາທ້ອງຖິ່ນ, ວົງການເຈົ້າຫນ້າທີ່ຂອງ ຊູດັງ ປະກາດວ່າ ອ່າງເກັບນ້ຳ Arbaatt ຢູ່ທາງທິດຕາເວັນອອກ ຊູດັງ ຖືກແຕກ ໃນວັນທີ 25 ສິງຫາ ໄດ້ກໍ່ໃຫ້ເກີດນ້ຳຖ້ວມຢ່າງຮ້າຍແຮງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 60 ຄົນ ແລະນັບຮ້ອຍໆຄົນຍັງຫາຍສາບສູນ.
ເຫດ​​​ອ່າງ​ເກັບ​ນ້ຳແຕກ​ຢູ່ ຊູ​ດັງ ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ຫນ້ອຍ​ສຸດ 60 ຄົນ - ảnh 1ເຫດການເກີດຂຶ້ນໃນວັນທີ 25/8 (ພາບ: AFP)

ທ່ານ Omer Issa Tahir ຫົວຫນ້າບໍລິວັດນ້ຳ ລັດ ທະເລແດງ ໃຫ້ຮູ້ວ່າ: ອ່າງເກັບນ້ຳແຕກ ໄດ້ທຳລາຍບັນດາໝູ່ບ້ານໃກ້ກັບ Port Sudan , ເມືອງເອກຂອງລັດນີ້. ປະຈຸບັນທ້ອງຖິ່ນຕ້ອງການການຊ່ວຍເຫລືອຮີບດ່ວນຈາກກຳລັງກູ້ໄພກູ້ຊີບຢູ່ເຂດນີ້ ດ້ວຍການໃຫ້ບຸລິມະສິດແຖວຫນ້າແມ່ນການເຂົ້າເຖິງ ແລະ ຍົກຍ້າຍຜູ້ຖືກຕິດຄ້າງໄປຢູ່ບ່ອນປອດໄພຈາກເຫດນ້ຳຖ້ວມ.

ອ່າງເກັບນ້ຳແຫ່ງນີ້ ຕັ້ງຫ່າງຈາກນະຄອນທ່າກຳປັ່ນ Port Sudan ປະມານ 20 ກິໂລແມັດໄປທາງທິດເຫນືອ ດ້ວຍຄວາມສາມາດເກັບນ້ຳໄດ້ປະມານ 25 ລ້ານແມັດກ້ອນ ແລະ ແມ່ນຫນຶ່ງໃນບັນດາແຫລ່ງສະຫນອງນ້ຳຕົ້ນຕໍຂອງນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ