ອາເມລິກາຕີລາຄາສະພາບການຊີຣີພວມຢູ່ໃນ“ໄລຍະຫຼັກແຫຼ່ງ”

ອາເມລິກາຕີລາຄາສະພາບການຊີຣີພວມຢູ່ໃນ“ໄລຍະຫຼັກແຫຼ່ງ” - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kirby
(ພາບ​ປະ​ກອບ: Department of Defense)


(vovworld) –​ ວໍ​ຊິງ​ຕັນ ມີ​ຄວາມລະ​ມັດ​ລະ​ວັງ​ເມື່ອ​ຖື​ວ່າ ຄຳ​​ສັ່ງ​ຢຸດ​ຍິງຢ​ູ່​ຊີ​ຣີ “ໄດ້​ຮັບ​ການ​ເຄົາ​ລົບ” ແຕ່​ຍັງ​ເກີດ​ບັນ​ດາ​ການ​ລະ​ເມີດ. ໃນ​ຖະ​ແຫຼງ​ການ​ວັນ​ທີ 11/03, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kirby ໃຫ້​ຂໍ້​ສັງ​ເກດ​ວ່າ, ຄຳ​ສັ່ງ​ຢຸດ​ຍິງ​ໄດ້​ຊ່ວຍ​ຫຼຸດ​ຜ່ອນ​ສະ​ພາບ​ໃຊ້​ຄວາມ​ຮຸ້ນ​ແຮງ​ຫຼາຍ​ສົມ​ຄວນ ແລະ ອະ​ນຸ​ຍາດ​ໃຫ້​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ​ຢູ່​ບາງ​ເຂດ​ຖືກ​ປິດ​ລ້ອມ. ແຕ່​ວ່າ, ທ່ານ John Kirby ກໍ​ສະ​ແດງ​ທ່າ​ທີ່​ລະ​ມັດ​ລະ​ວັງ​ເມື່ອ​ຕີ​ລາ​ຄາ​ການ​ປະ​ທະ​ກັນ​ຢູ່​ຊ​ີ​ຣີ ພວມ​ຢູ່​ໃນ “ໄລ​ຍະ​ຫຼັກ​ແຫຼ່ງ” ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກຳ​ແໜ້ນ​ກາ​ລະ​ໂອ​ກາດ. ວໍ​ຊິງ​ຕັນ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ບາງ​ກໍ​ລະ​ນີ​ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ​ຢ່າງ​ລຽນ​ຕິດ, ໃນ​ນັ້ນ​ມີ​ການ​ກ່າວ​ປະ​ນາມ​ການ​ບຸກ​ໂຈມ​ຕີ​ຈຳ​ນວນ​ໜຶ່ງແນ​ໃສ່​ສາ​ມັນ​ຊົນ ແລະ ຝ່າຍ​ຄ້ານ.

ຂ່າວ/ບົດ​ອື່ນ