ອາເມລິກາໃຫ້ຄຳໝັ້ນ ສັນຍາຊ່ວຍເຫຼືອ ອາບການນີສະຖານ


ອາເມລິກາໃຫ້ຄຳໝັ້ນ ສັນຍາຊ່ວຍເຫຼືອ ອາບການນີສະຖານ - ảnh 1

(ພາບ: www.vietnamplus.vn)

(vovworld)- ​ ​ວັນ​ທີ 4/12, ​ອາ​ເມ​ລິ​ກາ,​ ອັງກິດ ແລະ ບັນດາ​ປະ​ເທດພັນ​ທະ​ມິດ​ໄດ້​ໃຫ້​ຄຳໝັ້ນສັນຍາໜູນຊ່ວຍ​ລັດຖະບານ​ສາມັກຄີ​ຂອງ​ປະທານາທິບໍດີ​ອາບ​ກາ​ນີສະຖານ Ashraf Ghani ນັບ​ທັງ​ເມື່ອ​ນັກຮົບ​ຕ່າງປະ​ເທດ​ຖອນ​ອອກ​ຈາກ​ປະ​ເທດ​ນີ້ ພາຍ​ລັງກາ​ນສູ້​ຮົບ​ທີ່​ແກ່ຍາວ​ເປັນ​ເວລາ 13 ປີ ​ໂຄ່ນ​ລົ້ມລະບອບ​ຕາ​ລີ​ບານ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ກ່ຽວ​ກັບ​ອາບ​ກາ​ນີສະຖານ ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ລອດ​ດອນ ຂອງ​ອັງກິດ, ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ ສະ​ແດງ​ຄວາມ​ເຊື່ອໝັ້ນວ່າ ບັນດານະ​ໂຍບາຍ​ໂດຍ​ອຳນາດ​ການ​ປົກຄອງ​ອາບ​ການ​ນີສະຖານ ວາງ​ອອກ ຈະ​ນຳ​ມາ​ເຊິ່ງປະ​ເທດ​ອາບ​ກາ​ນີສະຖານ​ ແຫ່ງ​ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ. ​ໃນ​ຂະນະ​ນັ້ນ, ທ່ານ​ນາຍົກລັດຖະມົນຕີອັງກິດ ​ເນັ້ນໜັກ​ເຖິງຄວາມ​ສຳຄັນ​ຂອງ​ການ​ສູ້​ຮົບ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢູ່​ອາບ​ກາ​ນີສະຖານ.

  ສ່ວນ​ທ່ານປະທານາທິບໍດີ​ອາບ​ກາ​ນີສະຖານ Ashraf Ghani ຫວັງ​ວ່າ ປະ​ເທດ​ນີ້​ຈະ​ບໍ່​ຕ້ອງການ​ການ​ໜູນ​ຊ່ວຍ​ສູ້​ຮົບ​ຈາກ​ບັນດາ​ທະຫານ​ຕ່າງປະ​ເທ​ດ, ຫາກຕ້ອງ​ແມ່ນ​ການ​ຊ່ວຍ​ເຫຼືອ​ອື່ນໆ​ຈາກ​ປະຊາ​ຄົມ​ໂລກ./.

ຂ່າວ/ບົດ​ອື່ນ