ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບຜູ້ປະສານງານປະຈຳການ,ຫົວໜ້າຜູ້ຕາງໜ້າ UNDP ປະຈຳຫວຽດນາມ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບຜູ້ປະສານງານປະຈຳການ,ຫົວໜ້າຜູ້ຕາງໜ້າ UNDP ປະຈຳຫວຽດນາມ - ảnh 1
(ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ບິ່ງ​ມິງ​ຕ້ອນ​ຮັບ
ຫົວ​ໜ້າ​ຜູ້​ຕາງ​ໜ້າ UNDP ປະ​ຈຳ​ຫວຽດ​ນາມ)

(vovworld) - ​​​ທີ່​ການ​ຕ້ອນ​ຮັບ​ຜູ້​ປະ​ສານ​ງານ​ປະ​ຈຳ​ການ, ຫົວ​ໜ້າ​ຜູ້​ຕາງ​ໜ້າ UNDP ປະ​ຈຳ​ຫວຽດ​ນາມ ທ່ານ Kamal Malhotra ຢ​ູ່​ສຳ​ນັກ​ງານ​ລັດ​ຖະ​ບານ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າ​ມ​ບິ່ງ​ມິງ ຢືນ​ຢັນ​ວ່າ, ​ຍາມ​ໃດສະ​ຫະ​ປະ​ຊ​າ​ຊາດ​ກໍ່​ແມ່ນ​ພາກ​ສ່ວນ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທ​ດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປ​ັນຫຼາຍ​​ຮູບ​ຫຼາຍ​ແບບ ແລະ ຫຼາຍ​ຝ່າຍ, ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາ​ກົນຂອງ​ຫວຽດ​ນາມ, ​ທ່ານ​ໄດ້ຂ​ອ​ບ​ໃ​ຈ​ສະ​ຫະ​ປະ​ຊາ​ຊາດ​ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ​ພ້ອນ​ກັບ​ຫວຽດ​ນາມ ໃນ​ຕະ​ຫຼອດ​ໄລ​ຍະ 40 ປີ​​ຜ່ານ​ມາ​ໃນ​ກິດ​ຈະ​ການສ້າງ​ສາ, ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໃຫ້​ຮູ້​ວ່າ, ຫວຽດ​ນາມ ປາດ​ຖະ​ໜາ​ວ່າ ​ສະ​ຫະ​ປະ​ຊາ​ຊາດ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົ​ນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາ​ບ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ, ຊຸກ​ຍູ້​ການ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ໜ​ູນ​ຊ່ວຍ​ບັນ​ດາ​ປະ​ເທດ, ໃນ​ນັ້ນ​ມີ​ຫວຽດ​ນາມ…

        ສ່ວນ​ທ່ານ Kamal Malhotra ຢືນ​ຢັນ​ວ່າ, ສະ​ຫະ​ປະ​ຊາ​ຊາດ ຈະ​ສົມ​ທົບ​ກັບ​ຫວຽດ​ນາມ ໃນ​ການ​ຈັດ​ຕັ້ງ​ບັນ​ດາ​ກາ​ນ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນ​ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ປະ​ຊາ​ຊາດ (20/09/1977 – 20/09/2017) ຢ່າງ​ແໜ້ນ​ແຟ້ນ. ທ່ານ Kamal Malhotra ເນັ້ນ​ໜັກ​ວ່າ, ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ປະ​ຊາ​ຊາດ ແລະ ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ