ເວທີປາໄສການລົງທຶນເຂົ້າໃນຂົງເຂດກະສິກຳຊົນນະບົດຢູ່ເຂດທົ່ງພຽງແມ່ນ້ຳແດງ

 ເວທີປາໄສການລົງທຶນເຂົ້າໃນຂົງເຂດກະສິກຳຊົນນະບົດຢູ່ເຂດທົ່ງພຽງແມ່ນ້ຳແດງ - ảnh 1
ພາບປະກອບ:hanoimoi.com.vn

(vovworld) - ຕອນບ່າຍວັນ​ທີ 29/11, ຢູ່​ນະຄອນ ນີງບີ່​ງ ​ໄດ້​ດຳ​ເນີນ​ເວທີ​ປາ​​ໄສ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າໃນ​ຂົງ​ເຂດ​ກະສິກຳ, ຊົດ​ນະ​ບົດຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ​” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 350 ທ່ານ​ ​ແມ່ນບັນດາ​ນັກ​ລົງທຶນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ເຂດທ່ົງພຽງແມ່ນ້ຳແດງແມ່ນເຂດເສດຖະກິດແຫ່ງໃຫຍ່ທີສອງ ຂອງ​ຫວຽດນາມ. ສະ​ນັ້ນ ການ​ພັດທະນາ​ກະສິກຳ, ຊົນນະບົດ ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ພາລະກິດ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ. ກ່າວ​ຄຳ​ເຫັນ​ໄຂ​ເວທີ​ປາ​ໄສ, ທ່ານ ຫວູວັນ​ຕາມ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ຢືນຢັນ​ວ່າ: ​ເວທີ​ປາ​ໄສ​ແມ່ນ​ກາລະ​ໂອກາດ​ດີ​ເພື່ອ​ໃຫ້​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ບັນດາ​ນັກ​ລົງທຶນ​ແນະນຳ, ​ແລກປ່ຽນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຢູ່​ແຕ່ລະ​ທ້ອງ​ຖິ່ນ ​ແລະ ທົ່ວ​ເຂດ, ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍບາຍ​ບຸລິມະສິດ​ທີ່​ມີ​ຕໍ່​ການ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ, ຊົນນະບົດ.

        “ການ​ລົງທຶນ​ກະສິກຳ​ຕາມ​ເຂດ​ໂດຍ​ອີງ​ໃສ່​ທິດ​ນຳ​ໃຊ້​ບັນດາ​ຂັ້ນ​ຕອນ​​ປະຕິບັດເປັນ​ຢ່າງ​ດີ, ​ເຕັກ​ໂນ​ໂລ​ຊີ​ສູງ, ການ​ຜະລິດ​ອຸປະກອນ​ສົມທົບ​ກັບ​ເຕັກ​ໂນ​ໂລ​ຊີ​ປຸງ​ແຕ່ງ, ການຮັກສາ​ພາຍຫລັງ​ການ​ເກັບ​ກ່ຽວ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ມູນ​ຄ່າ​ເພີ​່ມ. ສືບ​ຕໍ່​ລົງທຶນ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ນຳ​ໃຊ້​ພື້ນຖານ​ໂຄງ​ລ່າງ​ເຂດ​ຊົນ​ນະ​ບົດ, ກໍ່ສ້າ​ງຊົນນະບົດ​ໃຫມ່​ຕາມ​ຫລາຍ​ຮູບ​ການ, ນັບ​ທັງ​ການ​ຮ່ວມ​ມື​ຂອງ​ລັດ.

ຂ່າວ/ບົດ​ອື່ນ