ເວທີປາໄສລັດຖະບານ - ບໍ່ຂຶ້ນກັບລັດຖະບານອາຊຽນກ່ຽວກັບ ສະຫວັດດີການສັງຄົມ

ເວທີປາໄສລັດຖະບານ - ບໍ່ຂຶ້ນກັບລັດຖະບານອາຊຽນກ່ຽວກັບ ສະຫວັດດີການສັງຄົມ - ảnh 1
ສະມາຊິກເຂົ້າຮ່ວມ SOMSWD 8
(ພາບ: molisa.gov.vn)

(TTX) -     ​ເວທີ​ປາ​ໄສ​​ລັດຖະບານ - ບໍ່​ຂຶ້ນ​ກັບ​ລັດຖະບານອາ​ຊຽນ ກ່ຽວ​ກັບ​ສະຫວັດດີ​ການສັງຄົມ ​ແລະ ການພັ​ດທະນາຄັ້ງ​ທີ 7 (GO NGO 7) ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 12/9 ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເຊິ່ງນອນ​ໃນ​ຂອບ​ເຂດ​ຂອງ​ກ​ອງປະຊຸມ​​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ກ່ຽວ​ກັບ​ສະຫວັດດີ​ການ​ສັງຄົມ ​ແລະ ການພັ​ດທະນາຄັ້ງ​ທີ 8 (SOMSWD 8). ​ເວທີ​ປາ​ໄສ​​ໄດ້​ຈັດ​ຂຶ້ນ​ດ້ວຍ​ຫົວ​ຂໍ້ລວມຂອງ​ກອງ​ປະຊຸມ SOMSWD 8 ​ແມ່ນ “​ເພື່ອ​ທະວີ​ບັນດາ​ການ​ບໍລິການ​ທາງ​ສັງຄົມ ​ແລະ ຮັບປະກັນ​ຊີວິດ​ສັງ​ຄົມ​ໃຫ້​ກຸ່ມ​ທີ່​ຍັງ​ອ່ອນ​ດ້ອຍ”, ​ເພື່ອ​ແນ​ໃສ່​ສືບ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອາ​ຊຽນ, ຂອງ​ໂລກ ​ແລະ ຂອງ​ການ​ຮ່ວມ​ມື​ດ້ານ​ວິ​ສາ​ການ​ກ່ຽວ​ກັບສະຫວັດດີ​ການ​ສັງຄົມແລະ ການພັ​ດທະນາ​ໃນ​ໄລຍະ​ຜ່ານ​ມາ. ​ເວທີ​ປາ​ໄສ GO NGO 7 ​ໄດ້ຍົກ​ອອກ​ຂໍ້​ສະ​ເໜີກໍ່ສ້າງພື້ນຖານສະຫວັດດີ​ການ​ສັງຄົມຂອງ​ບັນດາ​ປະ​ເທດ, ມຸ່ງ​ໄປ​ເຖິງການ​ສ້າງ​ປະຊາ​ຊົມ​ອາ​ຊຽນ ອຸ້ມຊູ​ຊ່ວຍ​ເຫຼືອ, ​ແບ່ງປັນ, ຖື​ມະນຸດ​ເປັນ​​ເປົ້າ​ໝາຍຂອງ​ການ​ພັດທະນາ, ​ເອົາ​ໃຈ​ໃສ່​ເຖິງກຸ່ມ​ທີ່​ຍັງ​ອ່ອນ​ດ້ວຍໃນ​ສັງຄົມ.

ຂ່າວ/ບົດ​ອື່ນ