ໄຂກອງປະຊຸມຄັ້ງທີ 30 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ

(VOVWORLD) - 

ຕອນເຊົ້າວັນທີ 10 ມັງກອນ, ທີ່ສຳນັກງານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມຄັ້ງທີ 30. ເຂົ້າຮ່ວມພິທີໄຂມີທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ.

ໄຂກອງປະຊຸມຄັ້ງທີ 30 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ - ảnh 1ກອງປະຊຸມຄັ້ງທີ 29 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ (ພາບ: QH)

ກອງປະຊຸມຈະດຳເນີນເປັນເວລາ 1 ວັນ, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ໃຫ້ຄຳເຫັນກ່ຽວກັບບັນດາບັນຫາທີ່ຍັງມີຄຳຄິດເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ (ສະບັບປັບປຸງ); ພິຈາລະນາ, ຕັດສິນເລື່ອງແຕ່ງຕັ້ງກຳມະການສະພາຄັດເລືອກ, ຕິດຕາມກວດກາຜູ້ພິພາກສາແຫ່ງຊາດ. ຄະນະປະຈຳສະພາແຫ່ງຊາດກໍ່ພິຈາລະນາ, ຕັດສິນເລື່ອງດັດປັບເຂດແດນປົກຄອງ 2 ຕາແສງຢູ່ແຂວງ ດົ່ງທ໊າບ; ເລື່ອງໂຮມຫົວໜ່ວຍບໍລິຫານຂັ້ນຕາແສງເຂົ້າກັນ, ສ້າງຕັ້ງບັນດາເມືອງ ແລະ ນະຄອນ ຈີ໋ລິງ ຂຶ້ນກັບແຂວງ ຫາຍເຢືອງ.

ຕອບກັບ

ຂ່າວ/ບົດ​ອື່ນ