ໄຂການໂອ້ລົມສົນທະນາRaisinaຢູ່ອິນເດຍ

ໄຂການໂອ້ລົມສົນທະນາRaisinaຢູ່ອິນເດຍ - ảnh 1
ທ່ານນາງລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ Sushma Swaraj ກ່າວຄຳເຫັນທີ່ການໂອ້ລົມສົນທະນາ
(ພາບ: baotintuc.vn)

(vovworld) – ​ ການ​ໂອ້​ລົມ​ສົນທະນາ Raisina ​ໄຂ​ຂຶ້ນ​​ໃນ​ຕອນ​ຄຳ່​ວັນ​ທີ 1/3 ຢູ່ ອິນ​ເດຍດ້ວຍ​ຫົວ​ຂໍ້​ວ່າ “​ເຊື່ອມ​ຈອດ​ອາຊີ” ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ ອິນ​​ເດຍ ສົມທົບ​ກັບ​ກອງ​ທຶນ​ຄົ້ນຄ້ວາ​ນັກ​ສັງ​ເກດ​ການ (ORF) ຈັດ​ຕັ້ງ​ດ້ວຍການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກ່ວາ 400 ທ່ານ​ທີ່​ມາ​ຈາກ 40 ປະ​ເທດ ​ແລະ ອົງການ. ​ໃນ​ບົດ​ກ່າວຄຳ​ເຫັນ​ຂອງ​ຕົນ, ທ່ານນາງລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ Sushma Swaraj ຖື​ວ່າ: ​ເລື່ອງ​ບັນດາ​ປະ​ເທດ​ນຳ​ໃຊ້​ຫຼື ນາບ​ຂູ່​ນຳ​ໃຊ້​ກຳລັງອາວຸດ​ຄວາມ​ຮຸນ​ແຮງ​ໃນ​ບັນດາ​ການ​ຂັດ​ແຍ້​ງ​ຜືນ​​ແຜ່ນດິນ​ແມ່ນ​ບັນຫາ​ວິຕົກ​ວັງ​ວົນ ​ແລະ ​ເລື່ອງ​ສະ​ກັດ​ກັ້ນກໍ່​ຄື​ການ​ເຄື່ອນ​ໄຫວດ້ານ​ການ​ທູດ​ແມ່ນພາກ​ສ່ວນ​ໜຶ່ງ​ຂອງ​ມາດ​ຕະການ​ໃຫ້​ແກ່​ບັນຫາ​ນີ້. ທ່ານ​ນາງ Swaraj ​ໃຫ້​ຮູ້​ວ່າ: ບັນດາ​ມະຫາ​ສະໝຸດຢູ່​​ອ້ອມຂ້າງ ອິນ​ເດຍ ​ແລະ ພື້ນຖານ​ເສດຖະກິດ “ຂຽວ” ມີ​ການ​ກ່ຽວຂ້ອງ​ເຖິງ​ຄວາມ​ສະຫງົບ, ຄວາມ​ວັດທະນາ​ຖາວ​ອນ ​ແລະ ອິນ​ເດຍ ​ໃຫ້​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​​ເຂດ​ນ່ານຟ້າ​ບົນ​ທະ​ເລ​​ໃຫ້​ມີ​ຄວາມ​ສະຫງົບປອດ​ໄພ, ມີສະຖຽນ​ລະ​ພາບ, ພ້ອມ​ກັນ​ແບ່ງປັນ, ສຸມ​ໃສ່​ເຂົ້າ​ໃນ​ການ​ສ້າງ​ກຳລັງ​ຂອງ 2 ຝ່າຍ​ກໍ​ຄື​ເພີ່ມ​ທະວີ​ບັນດາ​ກົນ​ໄກ​ພາກ​ພື້ນ​ເພື່ອ​ປະຕິບັດ​ຄຳໝັ້ນ​ສັນຍາ​ນີ້.

        ການ​ໂອ້​ລົ​ມສົນທະນາ Raisina ​ຖືກ​ຈັດ​ຕັ້ງ​ແຕ່​ວັນ​ທີ 1 – 3/3, ​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ໂອ້​ລົມ​ສົນທະນາ​​ແຖວ​ໜ້າ​ຂອງ ອິນ​ເດຍ ກ່ຽວ​ກັບ​ທີ່​ຕັ້ງດ້ານ​ການ​ເມືອງ ​ແລະ ​ທີ່​ຕັ້ງ​ດ້ານເສດຖະກິດ ​ເພື່ອ​ແນ​ໃສ່​ຊອກ​ຮູ້​ບັນດາ​ແງ່​ມູມ ​ແລະ ກາລະ​ໂອກາດ​ໃຫ້​ແກ່​ການ​ເຊື່ອມ​ໂຍງຢູ່ ອາຊີ ກໍ​ຄື​ການ​ເຊື່ອມ​ໂຍງ​ຂອງ ອາຊີ​ກັບ​ທົ່ວ​ໂລກ.


ຂ່າວ/ບົດ​ອື່ນ