ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​ຄົນ​ພິ​ການ​ຢູ່ ປາ​ຣີ

(VOVWORLD) - ໃນເວລາ 20 ໂມງຂອງວັນທີ 28 ສິງຫາ, ຕາມເວລາທ້ອງຖິ່ນ, ຢູ່ສະໜາມຫຼວງ Concorde, ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ ໄດ້ໄຂງານມະຫາກຳກິລາ ສຳລັບຄົນພິການ (Paralympic Paris 2024). 
ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​ຄົນ​ພິ​ການ​ຢູ່ ປາ​ຣີ - ảnh 1ງານມະຫາກຳກິລາສຳລັບຄົນພິການ ຄັ້ງທີ 17, ມີການເດີນສວນສະໜາມຢ່າງຟົດຟື້ນຂອງ 168 ຄະນະນັກກິລາຂອງບັນດາປະເທດ ແລະ ເຂດແຄວ້ນ (ພາບ: TTXVN)

ເຫດການມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ຝລັ່ງ, Emmanuel Macron; ທ່ານປະທານຄະນະຈັດຕັ້ງ Olympic ແລະ Paralympic Paris 2024 Tony Estanguet; ທ່ານປະທານຄະນະກຳມະການກິລາຄົນພິການສາກົນ (IPC) Andrew Parson... ພ້ອມດ້ວຍການນຳ, ລັດຖະມົນຕີກິລາບັນດາປະເທດ, ເຈົ້າໜ້າທີ່ລັດຖະບານ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ.

        Paralympic Paris 2024, ງານມະຫາກຳກິລາສຳລັບຄົນພິການ ຄັ້ງທີ 17, ມີການເດີນສວນສະໜາມຢ່າງຟົດຟື້ນຂອງ 168 ຄະນະນັກກິລາຂອງບັນດາປະເທດ ແລະ ເຂດແຄວ້ນ. ມີນັກກິລາທັງໝົດກວ່າ 4.400 ຄົນ ເຂົ້າຮ່ວມ, ໃນນັ້ນ ມີນັກກິລາຍິງເກືອບ 2.000 ຄົນ. ນີ້ແມ່ນຕົວເລກທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ 60 ປີຜ່ານມາຂອງງານມະຫາກຳກິລາ Paralympic. ຄະນະນັກກິລາຄົນພິການ ຫວຽດນາມ ເຂົ້າຮ່ວມ Paralympic Paris 2024 ດ້ວຍສະມາຊິກ 14 ຄົນ, ໃນນັ້ນ, ມີນັກກິລາ 7 ຄົນ, ແຂ່ງຂັນໃນບັນດາເນື້ອໃນ: ຍົກນ້ຳໜັກ, ລອຍນ້ຳ ແລະ ແລ່ນ ແລະ ລານ.



ຕອບກັບ

ຂ່າວ/ບົດ​ອື່ນ