VOV ຄ້​ວາ​ໄດ້ 3 ລາງວັນ​ຢູ່ກອງ​ປະ​ຊຸມ​ສື່ມວນ​ຊົນ ABU

(VOVWORLD) - ຢູ່ພິທີມອບລາງວັນ, ຜົນງານ “ບົດເພງເທິງພູ” ຂອງນັກຈ່າວ ບ້າຢຸຍ, ພະແນກວັດທະນະທຳ ສັງຄົມ (VOV2), ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບການເຊີດຊູໃນປະເພດລາຍການກະຈາຍສຽງຜົນງານດີເດັ່ນກ່ຽວກັບມະນຸດ.
VOV ຄ້​ວາ​ໄດ້ 3 ລາງວັນ​ຢູ່ກອງ​ປະ​ຊຸມ​ສື່ມວນ​ຊົນ ABU - ảnh 1VOV ໄດ້ຮັບລາງວັນຢູ່ ພິທີມອບລາງວັນສື່ມວນຊົນ ABU 2024 (ພາບ: VOV)

ຕອນຄ່ຳວັນທີ 7 ສິງຫາ ຢູ່ບາລີ (ອິນໂດເນເຊຍ), ໄດ້ດຳເນີນພິທີມອບລາງວັນສື່ມວນຊົນ ABU ໃນຂອບເຂດກອງປະຊຸມສື່ມວນຊົນສະມາຄົມກະຈາຍສຽງໂທລະພາບອາຊີ - ປາຊີຟິກ (ABU) ຄັ້ງທີ 8 ກ່ຽວກັບການກະທຳເພື່ອຮັບມືກັບດິນຟ້າອາກາດ ແລະ ປ້ອງກັນຕ້ານໄພທຳມະຊາດ.

ຢູ່ພິທີມອບລາງວັນ, ຜົນງານ “ບົດເພງເທິງພູ” ຂອງນັກຈ່າວ ບ້າຢຸຍ, ພະແນກວັດທະນະທຳ ສັງຄົມ (VOV2), ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບການເຊີດຊູໃນປະເພດລາຍການກະຈາຍສຽງຜົນງານດີເດັ່ນກ່ຽວກັບມະນຸດ. ຜົນງານແມ່ນເລື່ອງລາວກ່ຽວກັບເອື້ອຍຄູຊື່ວ່າ ລີທິໂກ້ງ ພ້ອມກັບນັກຮຽນຂອງຕົນຢູ່ໂຮງຮຽນ ວ່າງເລັກ 2 (ເມືອງເນິມໂປ, ແຂວງດຽນບຽນ) ແມ່ນພາບພົດທີ່ສວຍງາມຂອງການສຶກສາ ຫວຽດນາມ ເມື່ອເອື້ອຍຄູພ້ອມທີ່ຈະເສຍສະຫຼະ, ຍອມດ້ວຍກ່ວາ ແລະ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງເພື່ອປະຕິບັດເປົ້າໝາຍ: “ບ່ອນໃດມີເດັກນ້ອຍ ບ່ອນນັ້ນຈະມີໂຮງຮຽນ”. ນັກຂ່າວ ບ້າຢຸຍ ແບ່ງປັນວ່າ:

ຂ້າພະເຈົ້າຮູ້ສຶກດີໃຈເມື່ວປີ້ນີໄດ້ແມ່ນໜຶ່ງໃນບັນດາຜູ້ຂຽນທີ່ໄດ້ຮັບລາງວັນຢູ່ ພິທີມອບລາງວັນສື່ມວນຊົນເພື່ອສັນຕິພາບ, ມະນຸດ, ໜ່ວຍໂລກ. ຖືກກັບສານເຊິ່ງການແຂ່ງຂັນຢາກມຸ່ງໄປເຖິງ, ນັ້ນແມ່ນສ້າງແຫຼ່ງບັນດານໃຈໃຫ້ການປ່ຽນແປງທີ່ຕັ້ງໜ້າ, ຊຸກຍູ້ການພັດທະນາແບບຍືນຍົງ, ເຊື່ອມໂຍງ ແລະ ສັນຕິພາບ. ກຸ່ມຜູ້ຜະລິດລາຍການໄດ້ນຳມາໃຫ້ເພື່ອນມິດສາກົນກ່ຽວກັບເລື່ອງລາວ ແລະ ຮູບພາບທີ່ສວຍງາມກ່ຽວກັບການສຶກສາ ຫວຽດນາມ, ຮູບພາບຂອງບັນດາຄູສອນທີ່ໄປຍັງເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກທີ່ສຸດໃນທົ່ວປະເທດເພື່ອສິດສອນໃຫ້ແກ່ພວກນ້ອງນ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ