ກອງປະຊຸມລັດຖະມົນຕີ AZEC: ມຸ່ງໄປເຖິງປະຊາຄົມອາຊີ ບໍ່ປ່ອຍອາຍພິດ

(VOVWORLD) - ພັດທະນາລະບົບພະລັງງານສີຂຽວ, ເພີ່ມທະວີການເຊື່ອມຕໍ່ຕາໜ່າງໄຟຟ້າພາກພື້ນ; ຊຸກຍູ້ລະບົບພາຫະນະຄົມມະນາຄົມໃໝ່ນຳໃຊ້ເຊື້ອເພີງແບບຍືນຍົງ…
ກອງປະຊຸມລັດຖະມົນຕີ AZEC: ມຸ່ງໄປເຖິງປະຊາຄົມອາຊີ ບໍ່ປ່ອຍອາຍພິດ - ảnh 1(ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ)

        ຕອນເຊົ້າວັນທີ 21 ສິງຫາ, ຢູ່ ຈາກາກຕາ, ປະເທດ ອິນໂດເນເຊຍ, ໄດ້ຈັດກອງປະຊຸມລັດຖະມົນຕີປະຊາຄົມບໍ່ປ່ອຍອາຍພິດອາຊີ (AZEC) ຄັ້ງທີ 2, ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີ ແລະ ຜູ້ຕາງໜ້າທີ່ມາຈາກບັນດາປະເທດສະມາຊິກ AZEC (ລວມມີ: ອິນໂດເນເຊຍ, ໄທ, ມາເລເຊຍ, ສິງກະໂປ, ຫວຽດນາມ, ຟີລິບປິນ, ກຳປູເຈຍ, ລາວ, ບຣູໄນ, ອົດສະຕາລີ ແລະ ຍີ່ປຸ່ນ) ເພື່ອປຶກສາຫາລືຄວາມມານະພະຍາຍາມຂອງບັນດາປະເທດໃນການເດີນຕາມເປົ້າໝາຍການປ່ອຍອາຍພິດລົງເປັນ 0.

        ທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດ ອິນໂດເນເຊຍ Bahlil Lahadalia ໄດ້ສະເໜີ 3 ຂໍ້ລິເລີ່ມສຳຄັນ ເພື່ອຊຸກຍູ້ວິວັດການຫັນປ່ຽນທິດມຸ່ງໄປເຖິງອະນາຄົດທີ່ບໍ່ປ່ອຍອາຍພິດ, ລວມມີ: ພັດທະນາລະບົບພະລັງງານສີຂຽວ, ເພີ່ມທະວີການເຊື່ອມຕໍ່ຕາໜ່າງໄຟຟ້າພາກພື້ນ; ຊຸກຍູ້ລະບົບພາຫະນະຄົມມະນາຄົມໃໝ່ນຳໃຊ້ເຊື້ອເພີງແບບຍືນຍົງ…

ຕອບກັບ

ຂ່າວ/ບົດ​ອື່ນ