ກອງປະຊຸມສຳມະນາການລົງທຶນຢູ່ຫວຽດນາມທີ່Osaka,ຍີ່ປຸ່ນ

ກອງປະຊຸມສຳມະນາການລົງທຶນຢູ່ຫວຽດນາມທີ່Osaka,ຍີ່ປຸ່ນ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ການ​ລົງທຶນ​ຢູ່ ຫວຽດນາມທີ່ Osaka, ຍີ່ປຸ່ນ
(ພາບ:TTXVN)

(vovworld) –  ວັນ​ທີ 27/5, ສະຖານ​ກົງ​ສູນ​ໃຫຍ່ ຫວຽດນາມ ປະຈຳ Osaka, ປະ​ເທດ ຍີ່ປຸ່ນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ການ​ລົງທຶນ​ຢູ່ ຫວຽດນາມ ທີ່ສະຫງວນ​ໃຫ້​​ບັນດາ​ວິສາຫະ​ກິດ ຍີ່ປຸ່ນ ຢູ່​ເຂດ Kansai ດ້ວຍ​ການ​ເຂົ້າ​ຮ່ວມ ​ແລະ ການ​ໜູນ​ຊ່ວຍ​ຂອງ​ບັນດາ​ອົງການ​ເສດຖ​ະກິດຢູ່​ເຂດ Kansai ທີ່​ເຄື່ອນ​ໄຫວ​ໃນ​ບັນດາ​ຂົງ​ເຂດ​ຜະລິດ​ອຸດສາຫະກຳ, ກົນ​ຈັກ​ປຸ່ງ​ແຕ່ງ,​ ກະສິກຳ,​ ດຳ​ເນີນ​ທຸລະ​ກິດ​ນຳເຂົ້າ-ສົ່ງອອກ, ​ເຄື່ອງ​ສຳອາງ,​ ການ​ກໍ່ສ້າງ, ທະນາຄານ, ກໍ່ສ້າງ​ຊັບພະຍາກ​ອນມະ​ນຸດ…

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມຊ້ອນ,​ ບັນດາ​ກາລະ​ໂອກາດ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ​ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ໃນ​ວັນ​ທີ 31/12/2015 ​ແລະ ​ເລື່ອງ ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ຫຼາຍ​ຝ່າຍ​​ໃນ​ພາກ​ພື້ນ​ຄື: ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ແລະ ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEF). ບັນດາ​ວິ​ສາ​ຫະກິດສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ: ລັດຖະບານ ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອ​ນໄຂ​ສະດວກ ​ແລະ ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ປະຕິບັດ​ບັນດາ​ແຜນການ​ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ​ຢູ່ ຫວຽດນາມ ​ໃຫ້ປະສົບ​ຜົນສຳ​ເລັດ, ສ່ວນບັນດາ​ລະບຽບ​ການ​ອະນຸ​ຍາດ​ໃຫ້​ລົງທຶນ​ຄວນ​​ໄດ້​ຮັບ​ການແກ້​ໄຂ​ຢ່າງ​ວ່ອງ​ໄວ​ກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ