ການ​ເລືອກ​ຕັ້ງ​ຢູ່ ອາ​ເມ​ລິ​ກາ: ພັກ​ສາ​ທາ​ລະ​ນະ​ຮັບ​ຮອງ​ເອົາ​ໂຄງ​ການ​ເຄື່ອນ​ໄຫວ

(VOVWORLD) - ໂຄງການປີນີ້ ໄດ້ນຳໃຊ້ບັນດາຄຳສັບແຮງກ່ວາໃນບາງບັນຫາ, ໃນນັ້ນ ມີບັນຫາຄົນເຂົ້າເມືອງ ແລະ ການສຶກສາ.
ການ​ເລືອກ​ຕັ້ງ​ຢູ່ ອາ​ເມ​ລິ​ກາ: ພັກ​ສາ​ທາ​ລະ​ນະ​ຮັບ​ຮອງ​ເອົາ​ໂຄງ​ການ​ເຄື່ອນ​ໄຫວ - ảnh 1

(ພາບ: Getty Images/TTXVN)

    ວັນທີ 15 ກໍລະກົດ (ຕາມເວລາທ້ອງຖິ່ນ), ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫ່ຍທົ່ວປະເທດພັກສາທາລະນະ ຈັດຂຶ້ນຢູ່ນະຄອນ Milwaukee, ລັດ Wisconsin (ອາເມລິກາ) ໄດ້ຮັບຮອງເອົາໂຄງການປີ 2024, ໃນນັ້ນ ມີບັນດາການປ່ຽນແປງກ່ຽວກັບບາງບັນຫາການພົວພັນພາຍໃນ ແລະ ຕ່າງປະເທດ.

   ໂຄງການປີນີ້ ໄດ້ນຳໃຊ້ບັນດາຄຳສັບແຮງກ່ວາໃນບາງບັນຫາ, ໃນນັ້ນ ມີບັນຫາຄົນເຂົ້າເມືອງ ແລະ ການສຶກສາ. ໂຄງການຍັງສ່ອງແສງຫຼັກໝັ້ນແຂງກະດ້າງຂອງທ່ານ Trump ໃນບັນຫາຄົນເຂົ້າເມືອງ ດ້ວຍຄຳໝັ້ນສັນຍາປິດປະຕູຊາຍແດນ, ສະກັດກັ້ນຊາວອົບພະຍົບ ແລະ ດຳເນີນການເນລະເທດຄັ້ງໃຫ່ຍສຸດນັບແຕ່ກ່ອນມາຮອດປະຈຸບັນ. ກ່ຽວກັບດ້ານເສດຖະກິດ, ໂຄງການໄດ້ໃຫ້ຕຳໝັ້ນສັນຍາຈະ “ຫລຸດຜ່ອນບັນດາຂໍ້ກຳນົດ”, ຫລຸດພາສີອາກອນ, “ຢຸດຕິໄພເງິນເຟີ້” ແລະ “ນຳ ອາເມລິກາ ກາຍເປັນນັກຜະລິດພະລັງງານອັນດັບໜຶ່ງໃນໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ