ການ​ເສັງ “ນ້ອງ​ຮັກ​ພາ​ສາ ຫວຽດ​ນາມ” ຈັດ​ຂຶ້ນ​ຢູ່​ລາວ

(VOVWORLD) - ການເສັງໄດ້ດຳເນີນໃນບັນຍາກາດຟົດຟື້ນມ່ວນຊື່ນ, ພວກນ້ອງນັກຮຽນໝູນໃຊ້ຄວາມຮູ້ທີ່ໄດ້ຮຽນມາເພື່ອປະຕິບັດການເສັງຂອງທິມຕົນໄດ້ເປັນຢ່າງດີ.
ການ​ເສັງ “ນ້ອງ​ຮັກ​ພາ​ສາ ຫວຽດ​ນາມ” ຈັດ​ຂຶ້ນ​ຢູ່​ລາວ - ảnh 1ນ້ອງໆນັກຮຽນເຂົ້າຮ່ວມການເສັງ ເປັນຈຳນວນຫຼວງຫຼາຍ (ພາບ: TTXVN)

ວັນທີ 20 ສິງຫາ, ຢູ່ແຂວງ ສະຫວັນນະເຂດ, ລາວ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ສະຫວັນນະເຂດ ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ອາໄສຢູ່ແຂວງ ສະຫວັນນະເຂດ ຈັດການເສັງຊີງຊະນະເລີດ “ນ້ອງຮັກພາສາ ຫວຽດ” ສຳລັບບັນດານັກຮຽນລາວ ແລະ ຫວຽດນາມ ຢູ່ ແຂວງ ສະຫວັນນະເຂດ, ເພື່ອແນໃສ່ເສີມຂະຫຍາຍບັນດາທັກສະຂອງນັກຮຽນ ໃນການປະຕິບັດບັນດາຄວາມຮູ້ດ້ວຍພາສາຫວຽດ ທີ່ໄດ້ຮຽນມາ.

        ການເສັງດັ່ງກ່າວ ໄດ້ດຶງດູດນັກຮຽນເຂົ້າຮ່ວມ 30 ຄົນ, ໂດຍໄດ້ແບ່ງອອກເປັນ 5 ທິມ. ບັນດານັກຮຽນແຂ່ງຂັນກັນປະຕິບັດການເສັງແບບປະລາໄນ ແລະ ບັນລະຍາຍ. ການເສັງໄດ້ດຳເນີນໃນບັນຍາກາດຟົດຟື້ນມ່ວນຊື່ນ, ພວກນ້ອງນັກຮຽນໝູນໃຊ້ຄວາມຮູ້ທີ່ໄດ້ຮຽນມາເພື່ອປະຕິບັດການເສັງຂອງທິມຕົນໄດ້ເປັນຢ່າງດີ.

        ການເສັງ “ນ້ອງຮັກພາສາ ຫວຽດ” ບໍ່ພຽງແຕ່ສ້າງເວທີອັນເປັນປະໂຫຍດເພື່ອປະກອບ ແລະ ພັດທະນາກຳລັງຄວາມສາມາດ, ຄຸນສົມບັດທີ່ຈຳເປັນໃຫ້ແກ່ນັກຮຽນເທົ່ານັ້ນ, ຫາກຍັງເປັນການເຄື່ອນໄຫວເພື່ອໃຫ້ພວກນ້ອງມີໂອກາດໄດ້ສຳຜັດ, ສຶກສາທັກສະໃນການດຳລົງຊີວິດ. ຈາກນັ້ນ, ຊ່ວຍໃຫ້ພວກນ້ອງພັດທະນາທັກສະການຟັງ, ການເວົ້າ, ການຂຽນ, ປະກອບສ່ວນຊຸກຍູ້ການຮ່ຳຮຽນ ແລະ ນຳໃຊ້ພາສາ ຫວຽດ ໃນວົງຄະນະຍາດຢູ່ ສະຫວັນນະເຂດ.


ຕອບກັບ

ຂ່າວ/ບົດ​ອື່ນ