ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານວາລະປະຊຸມຄັ້ງທີ 9 ຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ

(VOVWORLD) - ໃນໄລຍະຜ່ານມາ, ລັດຖະບານໄດ້ຊີ້ນຳຢ່າງຂ້ຽວຂາດ, ຜັນຂະຫຍາຍຢ່າງຄົບຊຸດບັນດາມາດຕະການແກ້ໄຂ ເພື່ອປະຕິບັດວິວັດການຫັນປະເທດຊາດເປັນດີຈີຕອນ ນັບມື້ນັບບັນລຸປະສິດທິຜົນ, ແທດຈິງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານວາລະປະຊຸມຄັ້ງທີ 9 ຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ວາລະປະຊຸມ)

        ຕອນບ່າຍວັນທີ 10 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານວາລະປະຊຸມຄັ້ງທີ 9 ຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ ແລະ ໜ່ວຍປະຕິບັດງານຜັນຂະຫຍາຍແຜນຮ່າງ 06 ຂອງລັດຖະບານ. ວາລະປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າ ສົມທົບກັບທາງໄກເຊື່ອມຕໍ່ຈາກສຳນັກງານລັດຖະບານ (ຮ່າໂນ້ຍ) ກັບບັນດາກະຊວງ, ຂະແໜງການ ແລະ 63 ແຂວງ, ນະຄອນຂຶ້ນກັບສູນກາງ.

        ເປີດສາກກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ແຜນຮ່າງກ່ຽວກັບ “ການພັດທະນາໂປແກຼມຂໍ້ມູນພົນລະເມືອງ, ການລະບຸຕົວຕົນ ແລະ ການຢັ້ງຢືນເອເລັກໂຕນິກຮັບໃຊ້ການຫັນເປັນດີຈີຕອນລະດັບຊາດໄລຍະ 2022 – 2025, ວິໄສທັດຮອດປີ 2030” (ແຜນຮ່າງ 06) ໄດ້ກຳນົດວ່າ ແມ່ນໜ້າທີ່ຫຼັກແຫຼ່ງແກ່ນສານ, ສຳຄັນຂອງການຫັນປະເທດຊາດເປັນດີຈີຕອນ. ທ່ານເນັ້ນໜັກວ່າ, ໃນໄລຍະຜ່ານມາ, ລັດຖະບານໄດ້ຊີ້ນຳຢ່າງຂ້ຽວຂາດ, ຜັນຂະຫຍາຍຢ່າງຄົບຊຸດບັນດາມາດຕະການແກ້ໄຂ ເພື່ອປະຕິບັດວິວັດການຫັນປະເທດຊາດເປັນດີຈີຕອນ ນັບມື້ນັບບັນລຸປະສິດທິຜົນ, ແທດຈິງ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ເພື່ອປະຕິບັດສຳເລັດບັນດາເປົ້າໝາຍຂອງໂຄງການຫັນປະເທດຊາດເປັນດີຈີຕອນ ແລະ ແຜນຮ່າງ 06, ຕ້ອງຮັກສາການຊີ້ນຳຢ່າງຂ້ຽວຂາດ, ຢືດໝັ້ນ, ສະເໝີຕົ້ນສະເໝີປາຍ, ຄົບຊຸດຈາກຂັ້ນສູນກາງ ລົງຮອດຂັ້ນຮາກຖານ, ພ້ອມທັງ, ຕ້ອງຮັບຮູ້ໄດ້ສິ່ງທີ່ຍັງຄົງຕົວ, ຂໍ້ຈຳກັດ, ຕິດຂັດ, ໂດຍສະເພາະແມ່ນລະບອບລະບຽບການ, ກົນໄກ, ນະໂຍບາຍ. ທ່ານຮຽກຮ້ອງໃຫ້ກຳນົດແຈ້ງບັນດາໜ້າທີ່, ມາດຕະການແກ້ໄຂຈຸດສຸມທີ່ມີລັກສະນະບຸກທະລຸ ໃນຊຸມເດືອນທ້າຍປີ ແລະ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ