ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຕາ​ແອັນ ໃຫ້​ຄຳ​ໝັ້​ນ​ສັນ​ຍາ ບັນ​ລຸ​ໄດ້​ເປົ້າ​ໝາຍ​ຢູ່ ເຂດ​ກາ​ຊາ

(VOVWORLD) - ວັນທີ 8 ກັນຍາ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ໄດ້ຖະແຫຼງວ່າ ປະເທດນີ້ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອບັນລຸໄດ້ເປົ້າໝາຍຂອງບັ້ນການທະຫານຢູ່ເຂດກາຊາ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຕາ​ແອັນ ໃຫ້​ຄຳ​ໝັ້​ນ​ສັນ​ຍາ ບັນ​ລຸ​ໄດ້​ເປົ້າ​ໝາຍ​ຢູ່ ເຂດ​ກາ​ຊາ - ảnh 1ພາບປະກອບ: THX/TTXVN  

ກ່າວຄຳເຫັນທີ່ກອງປະຊຸມສະໄໝສາມັນຂອງລັດຖະບານ ອິດສະລາແອັນ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ເນັ້ນໜັກວ່າ ໜ້າທີ່ຂອງວົງການເຈົ້າໜ້າທີ່ປະເທດນີ້ແມ່ນ “ມານະພະຍາຍາມບັນລຸໄດ້ບັນດາເປົ້າໝາຍຂອງສົງຄາມ”, ລວມມີ “ລົບລ້າງ ຮາມາດສ, ປ່ອຍຕົວປະກັນໝົດທຸກຄົນກັບຄືນເມືອປະເທດ, ຮັບປະກັນວ່າ ເຂດ ກາຊາ ຈະບໍ່ກາຍເປັນໄພນາບຂູ່ຂອງອິດສະລາແອັນ ໃນອະນາຄົດ”, ກໍ່ຄື “ພາປະຊາຊົນເຂດພາກເໜືອ ແລະ ພາກໃຕ້ກັບເມືອເຮືອນຢ່າງປອດໄພ”.

ຕອບກັບ

ຂ່າວ/ບົດ​ອື່ນ