ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ

(VOVWORLD) -ໂດຍສືບຕໍ່ການເຄື່ອນໄຫວຕ່າງໆເຊິ່ງນອນໃນຂອບເຂດການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ, ວັນທີ 08 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມສຳນັກງານໃຫຍ່ ແລະ ບໍລິສັດ Nidec Shimpo ຂຶ້ນກັບກຸ່ມບໍລິສັດ Nidec, ຍີ່ປຸ່ນ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມບໍລິສັດ Nidec)

ນີ້ແມ່ນບໍລິສັດເຕັກໂນໂລຊີສູງແຖວໜ້າຂອງໂລກ ກ່ຽວກັບຜະລິດຕະພັນ motor ແລະ ຜະລິດຕະພັນອຸດສາຫະກຳໝູນຊ່ວຍຜະລິດເຄື່ອງຈັກເຕັກໂນໂລຊີສູງ. Nidec ໄດ້ເຂົ້າຮ່ວມການລົງທຶນຢ່າງໃຫຍ່ຫຼວງເຂົ້ານະຄອນໂຮ່ຈິມິນ ໃນຕະຫຼອດໄລຍະ 20 ປີຜ່ານມາ. ຕີລາຄາສູງການເຄື່ອນໄຫວລົງທຶນຂອງ Nidec ຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ໃນໄລຍະຈະມາເຖິງ, ລັດຖະບານຫວຽດນາມ ແລະ ນະຄອນຮ່າໂນ້ຍ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນ, ໃນນັ້ນມີ Nidec ຜັນຂະຫຍາຍໂຄງການຢູ່ເຂດເຕັກໂນໂລຊີສູງ ລ໋າງຮ່ວາລາກ ຢ່າງມີປະສິດທິຜົນ…

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບການນຳບັນດາສະມາຄົມມິດຕະພາບຍີ່ປຸ່ນ - ຫວຽດນາມ ແຂວງ Osaka, Hyogo, Nara ແລະ ສະມາຄົມມິດຕະພາບຍີ່ປຸ່ນ - ຫວຽດນາມ Sakai.

        ຕອນບ່າຍວັນທີ 6 ມິຖຸນາ, ກ່ອນທີ່ເດີນທາງກັບເມືອຫວຽດນາມ ສິ້ນສຸດການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢ້ຽມຢາມສະຖານກົງສູງໃຫຍ່ຫວຽດນາມ ປະຈຳ Osaka ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ເຂດ Kansai.

ຕອບກັບ

ຂ່າວ/ບົດ​ອື່ນ