ທ່ານປະທານາທິບໍດີ ອະຟະລິກາໃຕ້ ຕີລາຄາສູງບັນດາ ຜົນງານຂອງ ຫວຽດນາມ

ທ່ານປະທານາທິບໍດີ ອະຟະລິກາໃຕ້ ຕີລາຄາສູງບັນດາ ຜົນງານຂອງ ຫວຽດນາມ - ảnh 1
ທ່ານ ​ເລ​ຮຸຍ​ຮ່ວາງ ແລະ ທ່ານ​ປະທານາທິບໍດີ Jacob Zuma

(vovworld) – ການຕີລາຄາຂອງທ່ານປະທານາທິບໍດີ Jacob Zuma ​ໃນ​ວັນ​ທີ 16/10 ​ເມື່ອ​ໄດ້​ຮັບ​ຈົດໝາຍມອບ​ພາລະ​ຈາກ​ເອກ​ອັກຄະ​ລັດຖະທູດ ສສ ຫວຽດນາມ ປະຈຳ​ອະ​ຟະ​ລິ​ກາ,ທ່ານ ​ເລ​ຮຸຍ​ຮ່ວາງ.ທ່ານ​ປະທານາທິບໍດີ Jacob Zuma ​ເນັ້ນໜັກວ່າ ການ​ນຳ​ແລະ​ປະ​ຊາ​ຊົນ​ອະ​ຟະ​ລິ​ກາ​ໃຕ້​ຍາມ​ໃດ​ກໍ່ມີ​ຄວ​າມນັບຖື​ນ້ຳ​ໃຈ​ອົງອາດ​ກະ​ຫານ​ຂອງ​ປະຊາຊົນ​ຫວຽດນາມ​ໃນ​ການ​ຕໍ່ສູ້​ເພື່ອ​ເອກະລາດ,ອິດສະຫຼະພາບ​ແລະ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ເມື່ອ​ກ່ອນ,ຖືວ່າ​ນັ້ນ​ເປັນ​ແຫຼ່ງປຸກລະດົມ​ກຳລັງ​ໃຈ,​ເປັນ​ແບບຢ່າງ​ເພື່ອ ​ເຮັດ​ໃຫ້ການ​ຕໍ່ສູ້​ຕ້ານ​ລັດທິ Apartheid ຂອງ​ປະຊາຊົນ​ອະ​ຟະ​ລິ​ກາ​ໃຕ້ໄດ້ ຮັບ​ໄຊຊະນະ.ທ່ານ​ປະທານາທິບໍດີ Zuma ກໍ່ຫວັງ​ວ່າ ທ່ານ​ ​ເອກ​ອັກຄະ​ລັດ ຖະທູດ ​ເລ​ຮຸຍ​ຮ່ວາງ ຕັ້ງໜ້າ​ເປັນ​ຂົວ​ຕໍ່,ປະ​ກອບ​ສ່ວນ​ປັບປຸງ​ແລະ​ພັດທະນາ ສາຍ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ລັດຖະບານ​ແລະ​ປະຊາຊົນ​ສອງ​ປະ​ເທດ​ ຫວຽດນາມ - ສ. ອະ​ຟະ​ລິ​ກາ​ໃຕ້.

             

ຂ່າວ/ບົດ​ອື່ນ