ທ່ານ​ຮອງ​ປະ​ທານ​ປະ​ເທດ ນາງ ຫວໍ​ທິ​ແອັງ​ຊວັນ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ທະ​ຫານ​ເຮືອເຂດ 4

(VOVWORLD) -  ຕອນບ່າຍວັນທີ 21 ສິງຫາ, ທ່ານນາງຮອງປະທານປະເທດ ຫວຽດນາມ ນາງ ຫວໍທິແອັງຊວັນ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບບັນດາກົມກອງກອງທັບເຮືອຢູ່ຖານທີ່ໝັ້ນການທະຫານ ກາມແຣງ, ແຂວງ ແຄ໊ງຮວ່າ.
ທ່ານ​ຮອງ​ປະ​ທານ​ປະ​ເທດ ນາງ ຫວໍ​ທິ​ແອັງ​ຊວັນ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ທະ​ຫານ​ເຮືອເຂດ 4 - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ນາງ ຫວໍທິແອັງຊວັນ ມອບຂອງຂວັນໃຫ້ກົມກອງ (ພາບ: baokhanhhoa.vn)

ເມື່ອຢ້ຽມຢາມພະນັກງານ, ທະຫານບັນດາກົມກອງກອງພົນນ້ອຍກ່ຳປັ່ນດຳນ້ຳ 189, ເຫຼົ່າທັບກອງທັບເຮືອ; ກອງພົນນ້ອຍກ່ຳປັ່ນໜ້ານ້ຳ 162 ແລະ ທະຫານເຮືອເຂດ 4, ທ່ານ ຮອງປະທານປະເທດ ຫວຽດນາມ ນາງ ຫວໍທິແອັງຊວັນ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການເຕີບໃຫຍ່ເຂັ້ມແຂງຂອງບັນດາກຳລັງຂຶ້ນກັບທະຫານເຮືອເຂດ 4 ບໍ່ພຽງແຕ່ຝຶກຊ້ອມກຽມພ້ອມຕໍ່ສູ້, ກູ້ໄພກູ້ຊີບເທົ່ານັ້ນ ຫາກຍັງເປັນທີ່ເພີ່ງ ແລະ ຄວາມເຊື່ອໝັ້ນໃຫ້ແກ່ຊາວປະມົງ. ທ່ານຮອງປະທານປະເທດ ສະເໜີໃຫ້ປະຕິບັດ 3 ກຸ່ມໜ້າທີ່ໃຫ້ເປັນຢ່າງດີ, ເຊິ່ງມີດັ່ງນີ້: ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຢູ່ທະເລແບບຍືນຍົງ, ຮັບປະກັນເຂດສະຫງົບປອດໄພ ເພື່ອໃຫ້ທ້ອງຖິ່ນຕ່າງໆພັດທະນາ; ສ້າງກົມກອງປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ.

        “ທະຫານເຮືອເຂດ 4 ຈົ່ງສ້າງກໍາລັງອັນໝັ້ງຄົງເຂັ້ມແຂງຢ່າງແທ້ຈິງ; ບັນດານັກຮົບມີຄຸນສົມບັດ, ມີກໍາລັງຄວາມສາມາດ ແລະ ສຸຂະພາບຢ່າງພຽງພໍ ຕິດພັນກັບກົມກອງເປັນເວລາຍາວນານ; ຈົງຮັກພັກດີ, ກ້າຫານ, ກຽມພ້ອມກູ້ໄພກູ້ຊີບ, ຊ່ວຍເຫຼືອປະຊາຊົນ.”


ຕອບກັບ

ຂ່າວ/ບົດ​ອື່ນ