ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຄັກ​ດິ້ງ ພົບ​ປະ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ

(VOVWORLD) - ມາເລເຊຍ ປະຕິບັດສຳເລັດການເຈລະຈາ ແລະ ເຊັນສັນຍາ, ຂໍ້ຕົກລົງສຳຄັນສະບັບຕ່າງໆ ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ… ໂດຍໄວເພື່ອສ້າງພື້ນຖານ ແລະ ຂອບເຂດການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກ່ວາອີກລະຫວ່າງສອງປະເທດ.
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຄັກ​ດິ້ງ ພົບ​ປະ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ພົບປະກັບທ່ານຮອງນາຍົກລັດຖະມົນຕີ  Haji Fadillah bin Haji Yusof (ພາບ: quochoi.vn)

ວັນທີ 7 ສິງຫາ, ຢູ່ Kuala Lumpur, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຫັນປ່ຽນພະລັງງານ ແລະ ຫັນປ່ຽນນ້ຳ ມາເລເຊຍ Haji Fadillah bin Haji Yusof ເນື່ອງໃນໂອກາດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ມາເລເຊຍ ໃນລະຫວ່າງວັນທີ 6 – 9 ສິງຫາ. ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ໄດ້ສະເໜີມາເລເຊຍ ປະຕິບັດສຳເລັດການເຈລະຈາ ແລະ ເຊັນສັນຍາ, ຂໍ້ຕົກລົງສຳຄັນສະບັບຕ່າງໆ ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ… ໂດຍໄວເພື່ອສ້າງພື້ນຖານ ແລະ ຂອບເຂດການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກ່ວາອີກລະຫວ່າງສອງປະເທດ. ສອງຝ່າຍນຳວົງເງິນການຄ້າສອງຝ່າຍບັນລຸ 18 ຕື້USD ຕາມທິດດຸ່ນດ່ຽງໂດຍໄວ, ສ້າງຄວາມສະດວກໃນການສົ່ງອອກນຳເຂົ້າ ແລະ ຈຳກັດການໝູນໃຊ້ຮົ້ວກີດຂວາງທາງການຄ້າ, ສູ້ຊົນເຊັນຂໍ້ຕົກລົງການຮ່ວມມືໃນຂົງເຂດ Halal ໃນໄລຍະຈະມາເຖິງໂດຍໄວ.

ສ່ວນທ່ານຮອງນາຍົກລັດຖະມົນຕີ Yusof ໄດ້ສະເໜີສະພາແຫ່ງຊາດສອງປະເທດເພີ່ມທະວີການພົບປະແລກປ່ຽນຮ່ວມມືລະຫວ່າງບັນດາອົງການຂອງສະພາແຫ່ງຊາດ, ບັນດາສະມາຊິກລັດຖະສະພາ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນສອງປະເທດ. ທ່ານຮອງນາຍົກລັດຖະມົນຕີ Yusof ຖືວ່າ ສອງປະເທດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືຂອບຂະໜາດໃຫຍ່ ໃນຂົງເຂດອາຫານ Halal, ທ່ານຢັ້ງຢືນວ່າອົງການສົ່ງເສີມອາຫານ Halal ມາເລເຊຍ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ, ຈັດສົ່ງນັກຊ່ຽວຊານມາໜູນຊ່ວຍ ຫວຽດນາມ ກ່ຽວກັບຂົງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ