ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານປະ​ເທດ ຫວຽດ​ນາມ ໂຕ​ເລິມ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ອະ​ດີດ​ນັກ​ສິ​ລະ​ປິນ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ ຄົບຮອບ 79 ປີ (ວັນທີ 2 ກັນຍາ 1945 – 2 ກັນຍາ 2024), ຕອນເຊົ້າວັນທີ 2 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຄອບຄົວ ອະດີດນັກດົນຕີ ວັນກາວ ແລະ ອະດີດຈິດຕະກອນ ບຸ່ຍຈາງເຈຶອກ, ເຊິ່ງແມ່ນບັນດາຜູ້ອາວຸໂສໃນພື້ນຖານດົນຕີ ແລະ ຈິດຕະກຳ ຫວຽດນາມ.
ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານປະ​ເທດ ຫວຽດ​ນາມ ໂຕ​ເລິມ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ອະ​ດີດ​ນັກ​ສິ​ລະ​ປິນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍຄະນະໄຫວ້ອາໄລອະດີດນັກດົນຕີ ວັນກາວ (ພາບ: VOV)

  ເມື່ອໂອ້ລົມກັບຄອບຄົວອະດີດນັກດົນຕີ ວັນກາວ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນອັນຍິ່ງໃຫຍ່ຂອງອະດີດນັກດົນຕີວັນກາວ ທີ່ມີຕໍ່ການປະຕິວັດ ຫວຽດນາມ; ພ້ອມທັງຢັ້ງຢືນວ່າ ນອກຈາກເພງຊາດ ແລ້ວ, ນັກດົນຕີ ວັນກາວ ຍັງມີຫຼາຍຜົນງານ, ບົດເພງອື່ນທີ່ມີຄວາມໝາຍສຳຄັນ, ເຊິ່ງມີຄວາມໝາຍລັກສະນະຂົນຂວາຍ, ຮຽກຮ້ອງ ແລະ ລະດົມກຳລັງໃຈ ກໍຄື ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

        ຫຼັງຈາກນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມຄອບຄົວອະດີດຈິດຕະກອນ ບຸ່ຍຈາງເຈຶອກ, ຜູ້ອອກແບບເຄື່ອງໝາຍແຫ່ງຊາດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ ໃນເມື່ອກ່ອນ, ເຊິ່ງປັດຈຸບັນ ແມ່ນສາທາລະນະລັດສັງຄົມນິຍົມ ຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ບັນດາຄຸນງາມຄວາມດີ, ການປະກອບສ່ວນຂອງຈິດຕະກອນ, ໂດຍສະເພາະແມ່ນເຄື່ອງໝາຍແຫ່ງຊາດນັ້ນ ບໍ່ພຽງແຕ່ແມ່ນສັນຍາລັກຂອງປະຊາຊົນຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນອີກດ້ວຍ.

ຫວຽດເກືອງ


ຕອບກັບ

ຂ່າວ/ບົດ​ອື່ນ