ທ່ານໝໍນາງ ຫວຽນທິງອັກເຟື້ອງ ຍາດໄດ້ລາງວັນ “Nobel ອາຊີ”

(VOVWORLD) - ທ່ານນາງສາດສະດາຈານ, ທ່ານໝໍ ຫງວຽນທິງອັກເຟື້ອງ ໄດ້ຮັບການເຊີດຊູຍ້ອນບັນດາການອຸທິດສ່ວນຊອກຫາຄວາມຈິງ ແລະ ບັນດາການທຳລາຍຂອງທາດພິດສີສົ້ມຕໍ່ສຸຂະພາບຂອງມະນຸດ, ສຸຂະພາບຈະເລີນພັນ
ທ່ານໝໍນາງ ຫວຽນທິງອັກເຟື້ອງ ຍາດໄດ້ລາງວັນ “Nobel ອາຊີ” - ảnh 1ທ່ານໝໍ ຫງວຽນທິງອັກເຟື້ອງ ຂອງ ຫວຽດນາມ, ແມ່ນ 1 ໃນຈຳນວນ 5 ບຸກຄົນ ແລະ ອົງການຈັດຕັ້ງໄດ້ຮັບການເຊີດຊູໃນປີນີ້
(ພາບ:RMA)

ວັນທີ 31 ສິງຫາ, ກອງທຶນລາງວັນ Ramon Magsaysay, ທີ່ໄດ້ຮັບຖືວ່າແມ່ນລາງວັນ Nobel ອາຊີ, ໄດ້ປະກາດທ່ານນາງສາດສະດາຈານ, ທ່ານໝໍ ຫງວຽນທິງອັກເຟື້ອງ ຂອງ ຫວຽດນາມ, ແມ່ນ 1 ໃນຈຳນວນ 5 ບຸກຄົນ ແລະ ອົງການຈັດຕັ້ງໄດ້ຮັບການເຊີດຊູໃນປີນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 115 ປີແຫ່ງວັນຄ້າຍວັນເກີດຂອງທ່ານອະດີດປະທານາທິບໍດີ ຟີລິບປິນ Ramon del Fierro Magsaysay.

ຕາມຄະນະຈັດຕັ້ງມອບລາງວັນແລ້ວ, ທ່ານນາງສາດສະດາຈານ, ທ່ານໝໍ ຫງວຽນທິງອັກເຟື້ອງ ໄດ້ຮັບການເຊີດຊູຍ້ອນບັນດາການອຸທິດສ່ວນຊອກຫາຄວາມຈິງ ແລະ ບັນດາການທຳລາຍຂອງທາດພິດສີສົ້ມຕໍ່ສຸຂະພາບຂອງມະນຸດ, ສຸຂະພາບຈະເລີນພັນຂອງບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ເດີນຕາມຄວາມຍຸດຕິທຳຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.

ຄາດວ່າ, ພິທີມອບລາງວັນ Ramon Magsaysay ຄັ້ງທີ 66 ຈະຈັດຂຶ້ນໃນວັນທີ 16 ພະຈິກ, ຢູ່ໂຮງລະຄອນ Metropolitan, ມານີລາ, ປະເທດ ຟີລິບປິນ.

ທ່ານນາງ ຫງວຽນທິງອັກເຟື້ອງ, ເກີດປີ 1944, ແມ່ນທ່ານໝໍທີ່ມີຊື່ສຽງຊາວ ຫວຽດນາມ. ປະຈຸບັນ, ທ່ານນາງແມ່ນຮອບປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ, ປະທານສະມາຄົມແອັນໂດກຮິນ (endocrine) ແລະ ເປັນໝັນ ໂຮ່ຈີມິນ (HOSREM), ຮອງປະທານສະຫະພັນສຸກສາລາເກີດລູກ ຫວຽດນາມ (VAGO).

ທາງລັດໄດ້ມອບນາມມະຍົດວິລະຊົນການອອກແຮງງານ, ແພດໝໍປະຊາຊົນ ແລະ ຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ທ່ານນາງ.

ຕອບກັບ

ຂ່າວ/ບົດ​ອື່ນ