ປະ​ຊາ​ຊົນ ຫວຽດ​ນາມ ຕ້ອນ​ຮັບ​ບຸນ​ເຕັດ​ເອ​ກະ​ລາດ ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ

(VOVWORLD) -   ວັນທີ  2 ກັນຍາ ແມ່ນວັນພິເສດ ແລະ ມີຄວາມໝາຍສຳຄັນຍິ່ງສຳລັບປະຊາຊົນ ຫວຽດນາມ ທຸກຄົນ, ນັ້ນແມ່ນວັນຊາດ ທີ 2 ກັນຍາ ຫຼື ຍັງເອີ້ນວ່າ ບຸນເຕັດເອກະລາດ. ປະຊາຊົນໃນທຸກແຖບຖິ່ນໃນທົ່ວປະເທດ ຕ້ອນຮັບບຸນເຕັດເອກະລາດ ຄັ້ງທີ 79 ດ້ວຍກິດຈະກຳທີ່ມີຄວາມໝາຍຫຼາຍຢ່າງ.

   ຢູ່ສະໜາມຫຼວງ ບາບິ່ງ, ຕອນເຊົ້າວັນທີ 2 ກັນຍາ, ປະຊາຊົນນະຄອນຫຼວງ ແລະ ແຂກທ່ອງທ່ຽວນັບພັນຄົນ ໄດ້ເຂົ້າຮ່ວມພິທີເອົາທຸງຂຶ້ນເສົາ ສະເຫຼີມສະຫຼອງວັນຊາດ ຄົບຮອບ 79 ປີ. ພາຍຫຼັງພິທີເຄົາລົບທຸງ, ປະຊາຊົນ ຈາກທຸກເຂດພາກໃນທົ່ວປະເທດ ໄດ້ເຂົ້າສຸສານໄຫວ້ອາໄລປະທານ ໂຮ່ຈີມິນ. ເຖິງວ່າຕ່າງຄົນຕ່າງມາຈາກແຕ່ລະເຂດ, ພາກທີ່ແຕກຕ່າງກັນ ແຕ່ພັດມີຄວາມຮູ້ສຶກອັນດຽວກັນ ນັ້ນແມ່ນຄວາມຕື້ນຕັນໃຈ, ຄວາມເອກອ້າງທະນົງໃຈກ່ຽວກັບການນຳຜູ້ປີຊາສາມາດຂອງຊາດ ຫວຽດນາມ - ປະທານ ໂຮ່ຈີມິນ.

        ຢູ່ເຮືອນທີ່ລະນຶກປະທານ ໂຮ່ຈີມິນ ຕັ້ງຢູ່ເຮືອນເລກທີ 112, ຖະໜົນ ມາຍທຸກລວານ, ເທດສະບານ ທ້ວນໂລກ, ນະຄອນ ເຫວ້, ໃນຊຸມມື້ນີ້ ມີແຂກທ່ອງທ່ຽວມາຢາມຢ່າງຄັບຄາໜາແໜ້ນ. ລຸງ ຫວູຈີແທ່ງ, ແຂກທ່ອງທ່ຽວມາຈາກ ນະຄອນ ຫາຍຟ່ອງ ມີຄວາມຕື້ນຕັນໃຈເມື່ອຮັບຊົມບັນດາຮູບພາບ, ວັດຖຸພັນກ່ຽວກັບປະທານ ໂຮ່ຈີມິນ.

        “ນີ້ແມ່ນເຂດຮ່ອງຮອຍປະຫວັດສາດທີ່ໜ້າຮັບຮູ້ການປະກອບສ່ວນຢ່າງໃຫຍ່ຫຼວງຂອງແຂວງ ເທື່ອທຽນເຫວ້ ເວົ້າສະເພາະ ແລະ ທົ່ວປະເທດ ເວົ້າລວມ ສຳລັບນ້ຳໃຈອາລົມຈິດ ຂອງລຸງ ໂຮ່ ທີ່ມີຕໍ່ເຫວ້, ກໍຄືປະຊາຊົນ ເຫວ້ ທີ່ມີຕໍ່ລຸງໂຮ່”.

        ຫໍພິພິທະພັນປະທານ ໂຮ່ຈີມິນ ຢູ່ແຂວງ ເທື່ອທຽນ - ເຫວ້, ບ່ອນເກັບຮັກສາ, ວາງສະແດງຮູບພາບ, ວັດຖຸພັນອັນລ້ຳຄ່າກວ່າ 18.000 ຢ່າງກ່ຽວກັບປະທານ ໂຮ່ຈີມິນ ໃນຕະຫຼອດໄລຍະເກືອບ 10 ປີ ທີ່ເພິ່ນ ພ້ອມດ້ວຍຄອບຄົວດຳລົງຊີວິດ, ຮ່ຳຮຽນຢູ່ ເຫວ້. ນະທີ່ນີ້, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ແນະນຳ, ຊອກຮູ້ຕື່ມອີກກ່ຽວກັບປະຫວັດສາດ, ຊີວິດ, ພາລະກິດຂອງ ເພິ່ນ ທີ່ຕິດພັນກັບຊາດ ຫວຽດນາມ ແລະ ຍຸກສະໄໝ. ປ້າ ຫວູທິເງິນ, ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ແບ່ງປັນວ່າ:

        “ເມື່ອໄດ້ຮັບຊົມບັນດາຮູບພາບ, ວັດຖຸພັນໃນຫໍພິພິທະພັນນີ້, ຂ້າພະເຈົ້າຄືໄດ້ຫວນຄືນປະຫວັດສາດ. ພິເສດ, ໃນສະໄໝປະທານ ໂຮ່ຈີມິນ ດຳລົງຊີວິດຢູ່ທີ່ນີ້ ນັບແຕ່ຍາວເຍົາໄວ, ຕະຫຼອດຕອນໄປໂຮງຮຽນ, ແລ້ວເດີນທາງໄປຊອກຫາເສັ້ນທາງກູ້ຊາດ. ຂ້າພະເຈົ້າ ຍິ່ງມີຄວາມເຄົາລົບນັບຖືຄຸນງາມຄວາມດີຂອງເພິ່ນ ທີ່ມີຕໍ່ປະຊາຊົນ, ຕໍ່ປະເທດຊາດ.”

        ຢູ່ເຂດທ່ອງທ່ຽວທີ່ມີຊື່ສຽງທີ່ສຸດຢູ່ເຂດພາກກາງ ຫວຽດນາມ - Sun World Ba Na Hills, ຂົວເຫຼືອງ ໃນຊຸມມື້ນີ້ ໄດ້ຮັບການຕົບແຕ່ງດ້ວຍທຸງຊາດນັບຮ້ອຍຜືນ. ແຂກທ່ອງທ່ຽວນັບພັນຄົນ ມີຄວາມກະຕືລືລົ້ນມາຖ່າຍຮູບຢູ່ຂົວແຫ່ງນີ້ ແລະ ກໍມີແຂກທ່ອງທ່ຽວເປັນຈຳນວນຫຼາຍນຸ່ງເຊື້ອ, ຖືກຸບ ທີ່ມີຮູບທຸງຊາດ ຫວຽດນາມ ເມື່ອມາຢາມສະຖານທີ່ທີ່ເປັນສັນຍາລັກຂອງ ດ່າໜັງ.

        ເນື່ອງໃນໂອກາດນີ້, ມີແຂກທ່ອງທ່ຽວຫຼາຍຄົນກໍ່ໄດ້ມາທ່ຽວ ເມືອງ ໝູ່ກາງຈ໋າຍ (ອຽນບ໋າຍ) ເພື່ອເຊື່ອຕົວເຂົ້າກັບ Festival “ບິນເທິງເຂດດິນແດນແຫ່ງທັດສະນີຍະພາບ - ລະດູເຂົ້າສຸກເຫຼືອງ ປີ 2024”. ລາຍການບິນທີ່ຖືທຸງຊາດສະເຫຼີມສະຫຼອງວັນຊາດທີ 2 ກັນຍາ ພ້ອມດ້ວຍການສະແດງທີ່ເປັນເອກະລັກຂອງນັກບິນຈ້ອງເວິ່ນເວຫາ ຢູ່ເທິງທ້ອງຟ້າ ປະສົມປະສານກັບຄວັນ, ລະບົບແສງສີສິລະປະ ໄດ້ນຳມາເຊິ່ງຄວາມຮູ້ສຶກອັນເປັນພິເສດໃນລາຍການທ່ອງທ່ຽວຂອງນັກທ່ອງທ່ຽວເມື່ອມາ ໝູ່ກາງຈາຍ.

ຕອບກັບ

ຂ່າວ/ບົດ​ອື່ນ