ປະທານປະເທດເຈືອງເຕິ໋ນຊາງພົບປະກັບຄະນະຕິດຕໍ່ພົວພັນແນວໂຮມເຂດໄຕງວຽນ

ປະທານປະເທດເຈືອງເຕິ໋ນຊາງພົບປະກັບຄະນະຕິດຕໍ່ພົວພັນແນວໂຮມເຂດໄຕງວຽນ - ảnh 1
(ທ່ານປະທານປະເທດເຈືອງເຕິ໋ນຊາງ ມອບຂອງຂວັນໃຫ້
ຜູ້ຕາງໜ້າຄະນະຕິດຕໍ່ພົວພັນກອງ​ພົນ​ໃຫຍ່ 3​)

(vovworld) - ວັນ​ທີ 22/7, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ໋ນຊາງ ​ໄດ້​ພົບ​ປະ​ກັບ​ຄະນະ​ຕິດ​ຕໍ່​ພົວພັນ​ແນວ​ໂຮມ​ເຂດ​ໄຕ​ງວຽນ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ໋ນຊາງ ຢືນຢັນ​ວ່າ: ຍາມ​ໃດ​ພັກ, ລັດ ​ແລະ ປະຊາຊົນ​ກໍ​ຈົດ​ຈຳ​ຕໍ່​ການ​​ເສຍສະຫຼະ​ຊີວິດ​​ຂອງ​ບັນດາ​ກຳລັງກອງ​ພົນ​ໃຫຍ່ 3​ ເຂດ​ໄຕ​ງວຽນ ​ເພື່ອ​ຮັກສາ​ເອກະລາດ, ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ກໍ​ແລກປ່ຽນ​ກັບ​ບັນດາ​ຜູ້​ແທນ​ກ່ຽວ​ກັບ​ບົດຮຽນ​ໃນ​ການສ້າງສາ ​ແລະ ຮັກສາ​ປະ​ເທດ​ຊາດ, ຕີ​ລາຄາ​ສູງ​ບັນດາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ວຽກ​ງານ​ຊີ້​ນຳນຳພາ ​ແລະ ​ປ້ອງ​ກັນ​​ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ປາດ​ຖະໜາ​ວ່າ: ດ້ວຍ​ບົດຮຽນ​ໃນ​ສົງຄາມ ​ແລະ ວຽກ​ງານ​ສັງຄົມ​ໃນ​ປະຈຸ​ບັນ, ບັນດາ​ອະດີດພົນ​ທະຫານ ​ ຈະສືບ​ຕໍ່​ປະກອບບັນດາ​ຄຳ​ເຫັນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ໃຫ້ວຽກ​ງານ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ