ປະທານສູນກາງແນວໂຮມປະເທດຊາດຫວຽດນາມຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມິນ

ປະທານສູນກາງແນວໂຮມປະເທດຊາດຫວຽດນາມຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມິນ - ảnh 1
(ທ່ານປະ​ທານ ຫງວຽນ​ທ້ຽນ​ເຍີນ ​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ​ໂຮ່​ຈິ​ມິນ)

(vovworld) - ​ຕອນ​ເຊົ້​າ​ວັນ​ທີ 02/02, ​ທ່ານປະ​ທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ​ໂຮ່​ຈິ​ມິນ ຢູ່​ເຂດ​ອະ​ນຸ​ສອນ​ສະ​ຖານ​ປະ​ທານ​ໂຮ່​ຈິ​ມິນ. ຕໍ່​ໜ້າ​ດ່ວງວິນ​ຍານ​ປະ​ທານ​ໂຮ່​ຈິ​ມິນ, ທ່ານ​ປະ​ທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີ​ນ ຢືນ​ຢັນ​ວ່າ: ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ທຸກ​ຂັ້​ນ ໝັ້ນ​ໝາຍ​ຈະ​ຮ່ຳ​ຮ​ຽນ​ຕາມ​ແບບ​ຢ່າງ​ຂອງ​ປະ​ທ​ານ​ໂຮ່​ຈິ​ມິນ ຕະ​ຫຼອດ​ຊີ​ວິດ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 12 ຢ່າງ​ມີ​ໄຊ, ປະ​ກອບ​ສ່ວນ​ພ້ອມ​ກັບ​ພັກ, ລັດ ເສີມ​ຂະ​ຫຍາຍ​ຈິດ​ໃຈ, ກຳ​ລັງ​ແຮງ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ປະ​ຊາ​ຊົນ ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ​ກ້າວ​ຂຶ້ນ, ຮັກ​ສາ​ເອ​ກະ​ລາດ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ.

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານປະ​ທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​​ຢ້ຽມ​ຢາມ, ອວຍ​ພອນພະ​ນັກ​ງານ, ພາ​ລະ​ກອນ​ເຂດ​​ອະ​ນຸ​ສອນສະ​ຖານ​ປະ​ທານ​ໂຮ່​ຈິ​ມິນ.

ຂ່າວ/ບົດ​ອື່ນ