ພາ​ຍຸ Yagi ພັດ​ຖະ​ຫຼົ່ມ​ເຂົ້າ ກວາງ​ຕຸງ, ຈີນ ຄັ້ງ​ທີ 2

(VOVWORLD) -    ໃນເວລາ 6 ໂມງ ເຊົ້າຂອງວັນທີ 07 ກັນຍາ, ອົງການນີ້ ສືບຕໍ່ສົ່ງຄຳເຕືອນໄພພາຍຸລະດັບແດງ, ເຊິ່ງເປັນລະດັບເຕືອນໄພສູງສຸດກ່ຽວກັບໄພພິບັດທຳມະຊາດ.
ພາ​ຍຸ Yagi ພັດ​ຖະ​ຫຼົ່ມ​ເຂົ້າ ກວາງ​ຕຸງ, ຈີນ ຄັ້ງ​ທີ 2 - ảnh 1 ເມືອງ ໄຮ່ໜານ ຖືກຜົນກະທົບຢ່າງໜັກໜ່ວງຈາກພາຍຸ Yagi (ພາບ: THX/TTXVN)

ພາຍຫຼັງທີ່ພັດຖະຫຼົ່ມຄັ້ງທຳອິດເຂົ້າເຂດ ຫວັນຊາງ, ເມືອງ ໄຮ່ໜານ ແລ້ວ,  ພາຍຸ Yagi ສືບຕໍ່ພັດຖະຫຼົ່ມຄັ້ງທີ 2 ເຂົ້າເມືອງ ສື໊ຫວິນ, ແຂວງ ກວາງຕູງ, ປະເທດ ຈີນ ດ້ວຍຄວາມແຮງຂອງລົມລະດັບ 17. ມີປະຊາຊົນປະມານ 1 ລ້ານຄົນ ຕ້ອງຍົກຍ້າຍໄປຍັງບ່ອນທີ່ປອດໄພ, ໃນນັ້ນ ມີຄອບຄົວກວ່າ 830.000 ຄອບຄົວຖືກມອດໄຟຟ້າ. ຕາມຂໍ້ມູນຈາກສູນອຸຕຸນິຍົມແຫ່ງຊາດ ຈີນ ແລ້ວ, ພາຍຸ Yagi ໄດ້ພັດຖະຫຼົ່ມຄັ້ງທີ 2 ເຂົ້າເມືອງ ສື໊ຫວິນ, ນະຄອນຈານແຈງ, ແຂວງ ກວາງຕູງ ໃນເວລາປະມານ 22 ໂມງ 20 ນາທີ ຂອງວັນທີ 06 ກັນຍາ (ຕາມເວລາທ້ອງຖິ່ນ). ເຖິງວ່າ ໄດ້ພັດຖະຫຼົ່ມຄັ້ງທີ 2 ແລ້ວ, ແຕ່ພາຍຸລູກທີ 11 ຂອງປີ 2024 ຂອງ ຈີນນີ້ ຍັງມີແຮງລົມລະດັບ 17.

        ໃນເວລາ 6 ໂມງ ເຊົ້າຂອງວັນທີ 07 ກັນຍາ, ອົງການນີ້ ສືບຕໍ່ສົ່ງຄຳເຕືອນໄພພາຍຸລະດັບແດງ, ເຊິ່ງເປັນລະດັບເຕືອນໄພສູງສຸດກ່ຽວກັບໄພພິບັດທຳມະຊາດ.

        ໄລ່ຮອດເວລາ 12 ໂມງບ່າຍວັນທີ 06 ກັນຍາ, ແຂວງ ກວາງຕູງ ໄດ້ຍົກຍ້າຍປະຊາຊົນໄປຍັງບ່ອນປອດໄພ ໄດ້ກວ່າ 570.000 ຄົນແລ້ວ.

ນັກຂ່າວ VOV ປະຈຳ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ