ລັດ​ຖະ​ມົນ​ຕີ ບຸ່ຍ​ແທັງ​ເຊີນ: ປະ​ຕິ​ບັດ​ຄວາມ​ຄາດ​ຫວັງ​ສ້າງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຢ່າງ​ໝັ້ນ​ຄົງ​ເຂັ້ມ​ແຂງ ແລະ ສາ​ມັກ​ຄີ

(VOVWORLD) -  ຕອນຄ່ຳວັນທີ 21 ສິງຫາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດ ຮັບຜິດຊອບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດ Gala dinner ເພື່ອຕ້ອນຮັບ “ກອງປະຊຸມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດທົ່ວໂລກຄັ້ງທີ 4” ແລະ “ເວທີປາໄສພູມປັນຍາ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດ.
ລັດ​ຖະ​ມົນ​ຕີ ບຸ່ຍ​ແທັງ​ເຊີນ: ປະ​ຕິ​ບັດ​ຄວາມ​ຄາດ​ຫວັງ​ສ້າງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຢ່າງ​ໝັ້ນ​ຄົງ​ເຂັ້ມ​ແຂງ ແລະ ສາ​ມັກ​ຄີ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກ່າວຄຳເຫັນໃນງານລ້ຽງ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເນັ້ນໜັກວ່າ ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອພົບປະກັນຂອງຊາວ ກວຽເນາມ ທີ່ມາຈາກທຸກແຖບຖິ່ນໃນໂລກເທົ່ານັ້ນ, ຫາກຍັງແມ່ນເວທີປາໄສ ເພື່ອໃຫ້ພໍ່ແມ່ພີ່ນ້ອງພ້ອມກັນປະກອບຄຳເຫັນເຂົ້າໃນການສ້າງສາປະເທດຊາດ, ປະຕິບັດຄວາມຄາດຫວັງສ້າງປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດໃຫ້ໝັ້ນຄົງເຂັ້ມແຂງ ແລະ ສາມັກຄີ, ສ້າງປະເທດສີວິໄລວັດທະນາຖາວອນ ແລະ ສວຍງາມ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ກໍເນັ້ນໜັກວ່າ ພັກ ແລະ ລັດ ເວົ້າລວມ ແລະ ກະຊວງການຕ່າງປະເທດເວົ້າສະເພາະ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ; ບັນດາແຜນນະໂຍບາຍ, ນະໂຍບາຍ ຕ່າງກໍໄດ້ປະກາດໃຊ້ດ້ວຍເນື້ອໃນຈິດໃຈ ຖືພໍ່ແມ່ພີ່ນ້ອງ “ເປັນສ່ວນໜຶ່ງທີ່ຂາດບໍ່ໄດ້” ຂອງຊາດ ຫວຽດນາມ.

        ໃນພິທີດັ່ງກ່າວ, ທ່ານລັດຖະມົນຕີ ບຸ່ຍແທັງເຊີຍ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດນາງ ເລທິທູຮັ່ງ, ປະທານຄະນະກຳມະການແຫ່ງລັດຮັບຜິດຊອບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ  ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳ ແລະ ຂໍ້ຕົກລົງຮ່ວມມື 10 ສະບັບ ໃນຂອບເຂດກອງປະຊຸມ ແລະ ເວທີປາໄສ ປີ 2024.


ຕອບກັບ

ຂ່າວ/ບົດ​ອື່ນ