ສະພາບການເສດຖະກິດເດືອນ ສິງຫາ ສືບຕໍ່ທ່າຟື້ນຟູດີ

(VOVWORLD) - ໄລ່ລວມ 8 ເດືອນຂອງປີ 2024, ດຸນການຄ້າສິນຄ້າສົ່ງອອກເກີນດຸນໃນເບື້ອງຕົ້ນບັນລຸກວ່າ 19 ຕື້ USD.
ສະພາບການເສດຖະກິດເດືອນ ສິງຫາ ສືບຕໍ່ທ່າຟື້ນຟູດີ - ảnh 1(ພາບປະກອບ: Vietnam+)

        ວັນທີ 06 ກັນຍາ, ກົມໃຫຍ່ສະຖິຕິ ຫວຽດນາມ ໄດ້ປະກາດສະພາບການພັດທະນາເສດຖະກິດ - ສັງຄົມໃນເດືອນ ສິງຫາ ແລະ 8 ເດືອນຕົ້ນປີ 2024. ຕົວເລກຊີ້ໃຫ້ເຫັນວ່າ, ສະພາບການເສດຖະກິດ - ສັງຄົມຂອງ ຫວຽດນາມ ຍັງຮັກສາທ່າອຽງຕັ້ງໜ້າ. ມີຫຼາຍຂະແໜງການ, ຂົງເຂດບັນລຸໝາກຜົນສຳຄັນຫຼາຍຢ່າງ, ສ້າງທ່ວງທ່າໃຫ້ແກ່ການເຕີບໂຕໃນຊຸມເດືອນທ້າຍປີ.

        ໄລ່ລວມ 8 ເດືອນຂອງປີ 2024, ດຸນການຄ້າສິນຄ້າສົ່ງອອກເກີນດຸນໃນເບື້ອງຕົ້ນບັນລຸກວ່າ 19 ຕື້ USD. ຂະແໜງທ່ອງທ່ຽວສືບຕໍ່ແມ່ນຈຸດພົ້ນເດັ່ນໃນພື້ນຖານເສດຖະກິດ ດ້ວຍຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ທີ່ນັບມື້ນັບຫຼາຍຂຶ້ນ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນເທື່ອງລ້າງ, ຄູສອນມະຫາວິທະຍາໄລເສດຖະກິດແຫ່ງຊາດ, ຖືວ່າ:

        “ບັນດາກຳລັງໜູນຍັງເສີມຂະຫຍາຍຢູ່. ບັນດາກຳລັງໜູນໃໝ່ຂອງເສດຖະກິດ ຫວຽດນາມ, ຄື: ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຫັນປ່ຽນພະລັງງານ, ເສດຖະກິດໝູນວຽນ ຈະສ້າງຄວາມຕ້ອງການລວມຢ່າງແຮງກວ່າເມື່ອທຽບໃສ່ກ່ອນນີ້. ຖ້າໄປທັນ, ສອດຄ່ອງກັບບັນດາກຳລັງໜູນດັ່ງກ່າວ, ແນ່ນອນວ່າ ພື້ນຖານເສດຖະກິດ ຫວຽດນາມ ຈະມີການຫັນປ່ຽນຢ່າງແຮງກວ່າອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ