ສະມາຊິກລັດຖະສະພາອາເມລິກາອອກຖະແຫຼງການສະເຫຼີມສະຫຼອງ20ປີແຫ່ງວັນສ້າງການພົວພັນກັບຫວຽດນາມ

ສະມາຊິກລັດຖະສະພາອາເມລິກາອອກຖະແຫຼງການສະເຫຼີມສະຫຼອງ20ປີແຫ່ງວັນສ້າງການພົວພັນກັບຫວຽດນາມ - ảnh 1
(ທ່ານສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ Sheldon WhiteHouse)

(vovworld) - ວັນ​ທີ 14/7, ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ Sheldon WhiteHouse ອອກ​ຖະ​ແຫຼງການສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ດ້ານ​ການ​ທູດ ຫວຽດນາມ - ອາ​ເມ​ລິ​ກາ ​ເປັນ​ປົກກະຕິ. ສະພາ​ສູງ ອາ​ເມ​ລິ​ກາ​ ໄດ້​ປະກາດ​ເອກະສານ​ຢັ້ງຢືນ​ຂອງ​ລັດຖະສະພາທີ່​ລົງ​ພິມ​ເນື້ອ​ໃນ​ທັງ​ໝົດຖະ​ແຫຼ​ງການ​ດັ່ງກ່າວ​ຂອງ​ສະມາ​ຊິກ​ສະພາ​ສູງ Sheldon WhiteHouse. ຖະ​ແຫຼງການຂອງສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ Sheldon WhiteHouse ​ເນັ້ນ​ໜັກ​ວ່າ: 20 ປີ​ແຫ່ງ​ການ​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ​ແມ່ນ​ຂີດ​ໝາຍ​ປະຫວັດສາດ​ໜຶ່ງ; 2 ຝ່າຍ​ໄດ້​ຜ່ານ​ຜ່າບັນດາ​ບາດ​ແຜ​ຈາກ​ສົງຄາມ ​ແລະ ມຸ່ງ​ໄປ​ສູ່​ອະນາຄົດທີ່ 2 ປະ​ເທດ​ກາຍ​ເປັນ​ຄູ່​ຮ່ວມ​ມື ​ແລະ ​ເພື່ອນ​ມິດ; ປະຊາຊົນ ອາ​ເມ​ລິ​ກາ ​ແລະ ຫວຽດນາມ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ບັນດາ​ຄວາມ​ກ້າວໜ້າ​ ​ເຊິ່ງບັນລຸ​ໄດ້​ໃນ​ວຽກ​ງານ​ສ້າງສັນ​ຕິ​ພາບ ​ແລະ ​ມິດຕະພາບ​ອັນ​ຍາວ​ນານ. ຖະ​ແຫຼ​ງການ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຂອງທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ​ ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ປະຫວັດສາດ. ​ໃນ​ການ​ຢ້ຽມຢາມ, 2 ຝ່າຍ​ໄດ້ພິຈາລະນາກ່ຽວກັບບັນດາຜົນປະໂຫຍດຮ່ວມ ແລະ ກາລະໂອກາດຕ່າງໆ ເພື່ອຮ່ວມມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ. ຖ​ະ​ແຫຼ​ງການສະ​ແດງ​ໃຫ້​ເຫັນ​ຄວາມຫວັງ​ຢາກ​ພ້ອມກັນຮ່ວມ​ມື​ເພື່ອ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຫວຽດນາມ ຍິ່ງກ່ວາ​ອີກ. ​ໃນ​ສະພາວະ ອາ​ເມ​ລິ​ກາ ​ແລະ ຫວຽດນາມ ສືບ​ຕໍ່​ສ້າງ​ການ​ພົວພັນ​ຢ່າງ​ເລິກ​ເຊິ່ງກ່ວາ​ອີດ, 2 ປະ​ເທດ​ຕ້ອງ​ສືບ​ຕໍ່​ແກ້​ໄຂ​ບັນດາ​ບັນຫາ​ໂດຍ​ສົງຄາມປະ​ໄວ້. ພິ​ເສດ​ແມ່ນ​ຜົນ​ຮ້າ​ຍ​ຕໍ່​ສຸຂະພາບ ​ແລະ ສະພາບ​ມົນ​ລະ​ພິດຕໍ່ສິ່ງແວດ​ລ້ອມ​ຂອງ​ທາດ​ພິດ​ສີ​ສົ້ມ ​ດີ​ໂອ​ຊີ​ນ ແລະ ທາດ​ເຄມີຂ້າ​ຫຍ້າອື່ນໆ.

ຂ່າວ/ບົດ​ອື່ນ