ສ້າງສາຫວຽດນາມກາຍເປັນສັງຄົມແຫ່ງປອງດອງ,ມີຫົວຄິດປະດິດສ້າງ,ໝັ້ນຄົງ

ສ້າງສາຫວຽດນາມກາຍເປັນສັງຄົມແຫ່ງປອງດອງ,ມີຫົວຄິດປະດິດສ້າງ,ໝັ້ນຄົງ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: VGP/Minh Khôi)


(vovworld) – ສ້າງສາ​ຫວຽດນາມ​ກາຍ​ເປັນ​ສັງຄົມ​​ແຫ່ງ​ປອງ​ດອງ,ມີ​ຫົວຄິດປະດິດ​ສ້າງ,ໝັ້ນຄົງ - ນີ້​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່າ​ນຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ສ້າງ​ສັງຄົ​ມຮຳ່ຮຽນ “ຈາກ​ວິ​ໄສ​ທັດ​ຕະຫຼອດ​ຮອດ​ການ​ກະທຳ” ​ໂດຍ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ສ້າງ​ສັງຄົມ​ຮຳ່ຮຽນ​ສົມທົບ​ກັບ​ຫ້ອງ​ວ່າການ​ສະຫະ​ປະຊາ​ຊາດ UNESCO ປະຈຳ ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 17/12, ຢູ່ ຮາ​ໂນ້ຍ.

        ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຖື​ວ່າ: ການ​ສ້າງສັງຄົມ​ຮຳ່ຮຽນ​ຍັງ​ຕ້ອງ​ຮັບປະກັນ​ຄວາມ​ສາມາດ​ຮັບ​ມື, ພ້ອມ​ທັງ​ອະນຸຍາດ​ໃຫ້​ພົນລະ​ເມື​ອງທຸກໆ​ຄົນ​ໄດ້​ເຂົ້າ​ຮ່ວມ ​ແລະ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ຮຳ່ຮຽນ. ​ໃນ​ສັງຄົມ​ຮຳ່ຮຽນ​ປອງ​ດອງ, ບັນດາ​ບຸກຄົນ​ໄດ້​ຮັບ​ການ​ຮຳ່ຮຽນ​ຜ່ານ​ຫຼາຍ​ກາລະ​ໂອກາດ​ອື່ນໆ ​ເພື​ື່ອຍົກ​ສູງ​ສະຕິ​ຄວາມຮັບ​ຮູ້, ລະດັບ​ຄວາມ​ຮູ້, ທັດ​ສະ​ກໍ່​ຄື​ການ​ເຮັດ​ວຽກ​ຕາມ​ໜ່ວຍ.​​..​ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຖື​ວ່າ:

        “ພວກ​ເຮົາ​ສ້າງສັງຄົມ​ຮຳ່ຮຽນ​ໃຫ້​ທຸກໆ​ຄົນ​ແຕ່​ຕ້ອງ​ເໝາະ​ສົມ​ກັບ​ແຕ່ລະ​ເປົ້າ​ໝາຍ ​ແລະ ​ເໝາະ​ສົມ​ກັບ​ທັດສະນະ​ຂອງ​ພັກ. ລັດ ​ເອົາ​​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ໃນ​ນັ້ນ​​​ເປັນ​ຕົ້ນ​ແມ່ນ​ແມ່ຍິງ, ຊາວ​ເຜົ່າ​ສ່ວນ​ໜ້ອຍ, ບັນດາ​ເຂດ​ຖືກ​ໄພ​ນ້ຳ​ຖ້ວມ​ເປັນ​ປະຈຳ. ຂ້າພະ​ເຈົ້າ​ຄິດ​ວ່າ, ພວກ​ເຮົາ​ຊອກ​ຫາ​ບັນຫາມາດ​ຕະການ​ເພື່ອ​ສ້າງ​ສັງຄົມ​ຮຳ່ຮຽນ​ແຕ່​ຕ້ອງ​ປຸກລະດົມ​ການ​ປະດິດ​ສ້າງ, ຄົ້ນ​ພົບ​ສິ່ງ​ທີ່​ບໍ່​ເໝາະ​ສົມ​ເພື່ອ​ປ່ຽນ​ແປງ, ຮັບ​ໃຊ້​ພາລະກິດ​ພັດທະນາຂອງ ຫວຽດນາມ”.

 

ຂ່າວ/ບົດ​ອື່ນ